lo_tn/gal/04/24.md

28 lines
2.8 KiB
Markdown

# ຂໍ້ມູນເຊື່ອມຕໍ່:
ໂປໂລເລີ້ມຕົ້ນເລື້ອງເພື່ອສະແດງຄວາມຈິງ - ກົດບັນຍັດ ແລະ ພຣະຄຸນນັ້ນບໍ່ສາມາດຢູ່ຮ່ວມກັນໄດ້.
# ຂໍ້ຄວາມນີ້ສາມາດອະທິບາຍໄດ້ໂດຍໃຊ້ຄຳອຸປາມາປຽບທຽບ
"ເລື້ອງລາວຂອງລູກຊາຍສອງຄົນນີ້ ແມ່ນຄືກັບຮູບທີ່ຂ້າພຣະເຈົ້າຈະບອກເຈົ້າຕອນນີ້"
# ເປັນອຸປະມາປຽບທຽບ
"ອຸປະມາປຽບທຽບ" ແມ່ນເລື້ອງລາວທີ່ຜູ້ຄົນ ແລະ ສິ່ງຕ່າງໆ ໃນນັ້ນນເປັນຕົວແທນຂອງສິ່ງອື່ນໆ. ໃນອຸປະມາຂອງໂປໂລ, ຜູ້ຍິງສອງຄົນທີ່ກ່າວເຖິງໃນ 4:21 ເປັນຕົວແທນຂອງພັນທະສັນຍາສອງຢ່າງ.
# ພູເຂົາຊີນາຍ
"ພູເຂົາຊີນາຍ" ເປັນສັນຍາລັກຂອງກົດບັນຍັດ ທີ່ໂມເຊມອບໃຫ້ກັບຊາວອິສະຣາເອນຢູ່ທີ່ນັ້ນ. ແປໄດ້ອີກວ່າ: "ພູເຂົາຊີນາຍ, ບ່ອນທີ່ໂມເຊໄດ້ໃຫ້ກົດບັນຍັດແກ່ອິສະຣາເອນ" (ເບິ່ງ: [[rc://*/ta/man/translate/figs-synecdoche]])
# ນາງໃຫ້ກຳເນີດລູກທີ່ເປັນຂ້ອຍຂ້າ
ໂປໂລປະຕິບັດກົດບັນຍັດຄືກັບວ່າເປັນບຸກຄົນ. ແປໄດ້ອີກວ່າ: "ຜູ້ຄົນພາຍໃຕ້ພັນທະສັນຍານີ້ເປັນເຫມືອນຂ້ອຍຂ້າຕ້ອງເຊື່ອຟັງກົດບັນຍັດ" (ເບິ່ງ: [[rc://*/ta/man/translate/figs-metaphor]] and [[rc://*/ta/man/translate/figs-personification]])
# ປຽບເຖິງ
"ເປັນພາບຂອງ"
# ນາງຢູ່ໃນສະພາບຂ້ອຍຂ້າພ້ອມທັງລູກໆຂອງນາງ
ຮາກາເປັນຂ້ອຍຂ້າ ແລະ ລູກໆຂອງນາງເປັນຂ້ອຍຂ້າກັບນາງ. ແປໄດ້ອີກວ່າ: "ເຢຣູຊາເລັມ, ຄືກັນກັບນາງຮາກາ, ເປັນຂ້ອຍຂ້າແລະລູກໆຂອງນາງເປັນຂ້ອຍຂ້າກັບນາງ" (ເບິ່ງ: [[rc://*/ta/man/translate/figs-metaphor]])