lo_tn/gal/03/04.md

5.2 KiB

ທ່ານໄດ້ຮັບປະສົບການຫລາຍໆຢ່າງ ໂດບເສຍປະໂຫຍດບໍ...?

ໂປໂລໃຊ້ຄຳຖາມນີ້ ເພື່ອເຕືອນຊາວຄາລາເຕຍວ່າ ໃນເວລາທີ່ພວກເຂົາກຳລັງທຸກທໍຣະມານ, ພວກເຂົາເຊື່ອວ່າ ພວກເຂົາຈະໄດ້ຮັບຜົນປະໂຫຍດບາງຢ່າງ. ແປໄດອີກວ່າ: "ແນ່ນອນທ່ານບໍ່ໄດ້ຄິດວ່າທ່ານກຳລັງປະສົບກັບຄວາມທຸກທໍຣະມານຫລາຍຢ່າງເພາະມັນບໍ່ມີຫຍັງເລີຍ... !" ຫລື "ແນ່ນອນທ່ານໄດ້ຮູ້ວ່າມີຈຸດປະສົງທີ່ດີ ສຳລັບຄວາມທຸກທໍຣະມານຫລາຍຢ່າງ... !" (ເບິ່ງ: rc://*/ta/man/translate/figs-rquestion)

ທ່ານໄດ້ຮັບປະສົບການຫລາຍໆຢ່າງ ໂດບເສຍປະໂຫຍດບໍ?

ມັນສາມາດສະຫລຸບໄດ້ຢ່າງຈະແຈ້ງ ວ່າພວກເຂົາໄດ້ປະສົບບັນຫາເຫລົ່ານີ້ ຍ້ອນຄົນທີ່ຄັດຄ້ານພວກເຂົາ ຍ້ອນຄວາມເຊື່ອຂອງພວກເຂົາໃນພຣະຄຣິດ. ແປໄດ້ອີກວ່າ: "ທ່ານໄດ້ທົນທຸກທໍຣະມານຫລາຍສິ່ງຫລາຍຢ່າງ ໂດຍຜູ້ທີ່ຕໍ່ຕ້ານທ່ານ ເພາະສັດທາຂອງທ່ານໃນພຣະຄຣິດ ແລະ ທ່ານໄດ້ຮັບຄວາມທຸກທໍຣະມານຫລາຍຢ່າງໂດຍຜູ້ທີ່ຕໍ່ຕ້ານພຣະຄຣິດ. (ເບິ່ງ: rc://*/ta/man/translate/figs-explicit)

ການເສຍປະໂຫຍດ

"ບໍ່ມີປະໂຫຍດ" ຫລື "ໂດຍບໍ່ມີຄວາມຫວັງທີ່ຈະໄດ້ຮັບສິ່ງທີ່ດີ"

ຖ້າເປັນການເສຍປະໂຫຍດແທ້

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ໂປໂລໃຊ້ຄຳຖາມນີ້ເພື່ອເຕືອນພວກເຂົາວ່າຢ່າປ່ອຍໃຫ້ປະສົບການຂອງພວກເຂົາຫມົດໄປ. ແປໄດ້ອີກວ່າ: "ຢ່າປ່ອຍໃຫ້ມັນບໍ່ມີຫຍັງເລີຍ!" ຫລື "ຢ່າຢຸດເຊື່ອໃນພຣະເຢຊູຄຣິດແລະປ່ອຍໃຫ້ຄວາມທຸກທໍຣະມານຂອງທ່ານບໍ່ມີຫຍັງເລີຍ." ຫລື 2) ໂປໂລໃຊ້ຄຳຖາມນີ້ເພື່ອຮັບປະກັນພວກເຂົາວ່າຄວາມທຸກຂອງພວກເຂົາບໍ່ແມ່ນຫຍັງເລີຍ. ແປໄດ້ອີກວ່າ: "ມັນແນ່ນອນວ່າມັນບໍ່ແມ່ນຫຍັງເລີຍ!" (ເບິ່ງ: rc://*/ta/man/translate/figs-rquestion)

ທ່ານ...ເຮັດແນວໃດດ້ວຍການປະຕິບັດຕາມກົດບັນຍັດ, ຫລື ເພາະດ້ວຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ?

ໂປໂລຖາມຄຳຖາມອື່ນອີກເພື່ອເຕື່ອນຊາວຄາລາເຕຍວ່າປະຊາຊົນໄດ້ຮັບພຣະວິນຍານແນວໃດ. ແປໄດ້ອີກວ່າ: " ທ່ານ...ບໍ່ໄດ້ເຮັດມັນໂດຍການເຮັດວຽກຂອງກົດບັນຍັດ; ທ່ານເຮັດມັນດ້ວຍການໄດ້ຍິນແລະມີຄວາມເຊືອ." (ເບິ່ງ: rc://*/ta/man/translate/figs-rquestion)

ດ້ວຍການປະຕິບັດວຽກງານຂອງກົດບັນຍັດ

ນີ້ຫມາຍເຖິງຄົນທີ່ເຮັດວຽກທີ່ກົດບັນຍັດຮຽກຮ້ອງ. ແປໄດ້ອີກວ່າ: " ເພາະວ່າທ່ານເຮັດໃນສິ່ງທີ່ກົດບັນຍັດສັ່ງໃຫ້ພວກເຮົາເຮັດ"

ໂດຍການໄດ້ຍິນດ້ວຍການເຊື່ອຟັງ

ພາສາຂອງທ່ານອາດຈະຮຽກຮ້ອງໃຫ້ສິ່ງທີ່ປະຊາຊົນໄດ້ຍິນແລະຜູ້ທີ່ພວກເຂົາໄວ້ວາງໃຈໄດ້ຖືກກ່າວຢ່າງຈະແຈ້ງ. ແປໄດ້ອີກວ່າ: "ເພາະວ່າທ່ານໄດ້ຍິນຂ່າວສານແລະມີຄວາມເຊື່ອ ໃນພຣະເຢຊູ " ຫລື " ຍອ້ນວ່າທ່ານໄດ້ຟັງຂໍ້ຄວາມແລະເຊື່ອຖືໃນພຣະເຢຊູ" (ເບິ່ງ: rc://*/ta/man/translate/figs-explicit)