2.8 KiB
ຂໍ້ມູນທົ່ວໄປ:
ການປຽບທຽບແມ່ນການພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])
ສຳຫລັບນັກດົນຕີ
"ນີ້ແມ່ນໃຊ້ສຳຫລັບຫົວຫນ້ານັກດົນຕີທີ່ໃຊ້ໃນການນະມັດສະການ."
ບົດເພງສັນລະເສີນຂອງດາວິດ
ຄວາມຫມາຍທີ່ເປັນໄປໄດ້ 1.) ດາວິດເປັນຜູ້ຂຽນບົດເພງສັນລະເສີນ 2) ບົດເພງສັນລະເສີນກ່າວເຖິງດາວິດ 3) ບົດເພງສັນລະເສີນແມ່ນຂຽນໃນຮູບແບບຄືຂອງດາວິດ.
ອີກດົນປານໃດ, ຂ້າແດ່ພຣະຢາເວ, ພຣະອົງຈະຊົງລືມຂ້ານ້ອຍ?
ຄຳຖາມນີ້ເພື່ອເນັ້ນໃຫ້ຜູ້ນຳເລັງຄວາມສົນໃຈ. ອາດແປໄດ້ອີກວ່າ : "ພຣະຢາເວ, ເຫມືອນກັບວ່າພຣະອົງຊົງຫລົງລືມຂ້າພຣະອົງແລ້ວ! " (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)
ອີກນານປານໃດພຣະອົງຈະລີ້ຫນ້າຂອງພຣະອົງຈາກຂ້ານ້ອຍ?
ຄຳວ່າ "ຫນ້າຂອງພຣະອົງ" ແມ່ນປຽບເຫມືອນການຊົງສະຖິດຂອງພຣະເຈົ້າ. ຄຳຖາມເຊິງໂວຫານເພື່ອເນັ້ນ. ອາດແປໄດ້ອີກວ່າ : "ພຣະອົງລີ້ຈາກຂ້າພຣະອົງ! " (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-rquestion]])
ອີກນານປານໃດທີ່ສັດຕູຂອງຂ້ານ້ອຍມີໄຊເຫນືອຂ້ານ້ອຍ?
ຄຳຖາມເຊິງໂວຫານນີ້ກໍເພື່ອເນັ້ນຫນັກ. ອາດແປໄດ້ອີກວ່າ: "ແນ່ນອນສັດຕູຂອງຂ້ອຍຈະບໍ່ເອົາຊະນະຂ້ອຍສະເຫມີໄປ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)