lo_tn/pro/04/18.md

3.8 KiB

ວິຖີຂອງຄົນຊອບທຳ...ທາງຂອງຄົນອະທຳ

ນັກຂຽນກ່າວເຖິງການກະທັມ ແລະ ວິຖີຊີວິດຂອງຄົນຊອບທັມ ແລະ ຄົນຊົ່ວຮ້າຍຄືກັບວ່າພວກເຂົາເປັນ "ເສັ້ນທາງ" ຫລື "ທາງ" ທີ່ພວກເຂົາເດີນໄປ. ອາດແປໄດ້ອີກວ່າ: "ວິຖີຊີວິດຂອງຄົນຊອບທັມ ... ວິຖີຊີວິດຂອງຄົນຊົ່ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ວິຖີຂອງຄົນຊອບທຳຄືແສງອະລຸນທຳອິດທີ່ເລີ່ມສະຫວ່າງຂຶ້ນ

ນັກຂຽນປຽບທຽບເສັ້ນທາງຂອງຄົນຊອບທັມ ກັບດວງອາທິດຫມາຍຄວາມວ່າພວກເຂົາປອດໄພ ເພາະວ່າພວກເຂົາມີແສງສະຫວ່າງທີ່ຈະເຫັນບ່ອນທີ່ພວກເຂົາກຳລັງຍ່າງ. ອາດແປໄດ້ອີກວ່າ: "ຄົນຊອບທັມຍ່າງຕາມເສັ້ນທາງຂອງພວກເຂົາຢ່າງປອດໄພ ເພາະວ່າຕອນເຊົ້າມືດສ່ອງແສງມັນ ແລະ ຮຸ່ງແຈ້ງຂຶ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ແສງອະລຸນທຳອິດ

ນີ້ຫມາຍເຖິງອາລຸນ ຫລື ແດດຂຶ້ນ

ຈົນກ່ວາຄວາມສົມບູນຂອງມື້ທີ່ມາ

ນີ້ຫມາຍເຖິງເວລາຂອງມື້ທີ່ແສງແດດສ່ອງທີ່ສຸດ. ອາດແປໄດ້ອີກວ່າ: "ຈົນກວ່າແສງຕາເວັນຈະຮຸ່ງແຈ້ງທີ່ສຸດ" ຫລື "ຈົນກ່ວາມື້ເຕັມດວງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ທາງຂອງຄົນອະທຳກໍຄືຄວາມມືດ

ນັກຂຽນປຽບທຽບວິທີການຂອງຄົນຊົ່ວກັບຄວາມມືດ, ຫມາຍຄວາມວ່າພວກເຂົາຈະຕົກຢູ່ໃນອັນຕະລາຍສະເຫມີເພາະວ່າພວກເຂົາບໍ່ມີແສງທີ່ຈະເຫັນບ່ອນທີ່ພວກເຂົາກຳລັງຍ່າງ. ອາດແປໄດ້ອີກວ່າ: "ຄົນຊົ່ວຮ້າຍຍ່າງໄປມາຢ່າງອັນຕະລາຍຕາມເສັ້ນທາງຂອງພວກເຂົາ ເພາະວ່າພວກເຂົາບໍ່ມີແສງທີ່ຈະສາມາດເບິ່ງເຫັນໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພວກເຂົາບໍ່ຮູ້ວ່າຈະສະດຸດອັນໃດ

ນັກຂຽນເວົ້າເຖິງການປະສົບກັບຄວາມອັນຕະລາຍຄືກັບວ່າມັນກຳລັງສະດຸດລົ້ມໃນວັດຖຸໃດຫນຶ່ງ ໃນເສັ້ນທາງທີ່ຄົນຍ່າງໄປ. ອາດແປໄດ້ອີກວ່າ: "ພວກເຂົາບໍ່ຮູ້ວ່າເປັນຫຍັງພວກເຂົາປະສົບກັບຄວາມອັນຕະລາຍແລະ ໂຊກຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)