lo_tn/pro/04/10.md

2.7 KiB

ແລະເອົາໃຈໃສ່ໃນຖ້ອຍຄຳທັງຫລາຍຂອງເຮົາ

"ຟັງຢ່າງລະມັດລະວັງໃນສິ່ງທີ່ຂ້ອຍສອນເຈົ້າ"

ເຈົ້າຈະໄດ້ຮັບຊີວິດຍືນຍາວໃນຊີວິດຂອງເຈົ້າ

"ເຈົ້າຈະມີຊີວິດຢູ່ໄດ້ຫລາຍປີ"

ເຮົາໄດ້ສອນເຈົ້າເລື່ອງທາງແຫ່ງປັນຍາແລ້ວ; ເຮົາໄດ້ນຳເຈົ້າໃນຫົນທາງແຫ່ງຄວາມທ່ຽງທຳ

ນັກຂຽນເວົ້າເຖິງການສັ່ງສອນລູກຊາຍຂອງລາວໃຫ້ດຳລົງຊີວິດຢ່າງມີປັນຍາຄືກັບວ່າລາວ ກຳລັງນຳພາລູກຊາຍຂອງລາວໄປຕາມເສັ້ນທາງທີ່ຄົນຫນຶ່ງອາດຈະພົບປັນຍາ. ອາດແປໄດ້ອີກວ່າ: "ຂ້ອຍກຳລັງສອນເຈົ້າກ່ຽວກັບວິທີ ດຳເນີນຊີວິດຢ່າງມີສະຕິປັນຍາ; ຂ້ອຍ ກຳລັງອະທິບາຍວິທີການ ດຳລົງຊີວິດທີ່ຖືກຕ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເມື່ອເຈົ້າກ້າວຍ່າງຕີນເດີນ, ຈະບໍ່ມີໃຜຂັດຂວາງທາງຂອງເຈົ້າ ແລະ ຖ້າເຈົ້າວິງວອນ, ເຈົ້າຈະບໍ່ສະດຸດ

ສອງຫວັກນີ້ມີຄວາມຫມາຍຄ້າຍຄືກັນ. ນັກຂຽນເວົ້າເຖິງການຕັດສິນໃຈ ແລະ ການກະທຳທີ່ບຸກຄົນໃດຫນຶ່ງ ເຮັດຄືກັບວ່າຄົນນັ້ນກຳລັງຍ່າງ ຫລື ແລ່ນໄປຕາມເສັ້ນທາງ ແລະ ຄົນທີ່ປະສົບຜົນສຳເລັດຄືກັບວ່າ ເສັ້ນທາງບໍ່ມີອຸປະສັກເຊິ່ງອາດຈະເຮັດໃຫ້ຄົນນັ້ນສະດຸດລົ້ມ. ອາດແປໄດ້ອີກວ່າ: "ເມື່ອທ່ານວາງແຜນບາງຢ່າງ, ທ່ານຈະປະສົບຜົນສຳເລັດໃນການເຮັດມັນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-parallelism]])