lo_tn/pro/03/33.md

2.0 KiB

ຄຳສາບແຊ່ງຂອງພຣະຢາເວ ຢູ່ເທິງບ້ານຂອງບຸກຄົນອະທຳ

ນັກຂຽນເວົ້າກ່ຽວກັບຄຳສາບແຊ່ງຂອງ ພຣະຢາເວ ຄືກັບວ່າມັນແມ່ນວັດຖຸທີ່ລາວວາງຢູ່ເທິງເຮືອນຂອງຄົນຊົ່ວ. ຄຳວ່າ "ເຮືອນ" ແມ່ນຄຳສັບສຳລັບຄອບຄົວ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ສາບແຊ່ງຄອບຄົວຂອງຄົນຊົ່ວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ພຣະອົງຊົງອວຍພອນບ້ານຂອງຄົນທັງຫລາຍທີ່ຊອບທຳ

ຄຳວ່າ “ບ້ານ” ເປັນຕົວແທນໃຫ້ແກ່ຄອບຄົວ. ອາດແປໄດ້ອີກວ່າ: "ລາວອວຍພອນຄອບຄົວຂອງຄົນຊອບທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະອົງຊົງປະທານຄວາມຊື່ນຊົມຍິນດີຂອງພຣະອົງແກ່ຄົນທັງຫລາຍທີ່ຖ່ອມຕົວ

ນັກຂຽນເວົ້າເຖິງຄວາມໂປດປານຂອງພຣະຢາເວ ຄືກັບວ່າມັນແມ່ນວັດຖຸທີ່ລາວໃຫ້ແກ່ຜູ້ຄົນ. ອາດແປໄດ້ອີກວ່າ: "ລາວສະແດງຄວາມໂປດປານຂອງລາວຕໍ່ຄົນທີ່ຖ່ອມຕົວ" ຫລື "ລາວມີຄວາມກະລຸນາຕໍ່ຄົນທີ່ຖ່ອມຕົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)