lo_tn/pro/01/07.md

2.8 KiB

ຂໍ້​ມູນ​ທົ່ວ​ໄປ:

ຜູ້ເປັນພໍ່ສອນລູກ.

ຄວາມຢຳເກງພຣະຢາເວເປັນຈຸດເລີ່ມຕົ້ນຂອງຄວາມຮູ້

ຄໍານາມທີ່ເປັນນາມມະທຳແມ່ນ "ຄວາມຢ້ານກົວ,", "ເລີ່ມຕົ້ນ," ແລະ "ຄວາມຮູ້" ສາມາດຖືກກ່າວເຖິງເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ກ່ອນອື່ນຫມົດທ່ານຕ້ອງຢ້ານຢຳພຣະຢາເວ ເພື່ອເລີ່ມຮູ້ສິ່ງທີ່ສະຫລາດ" ຫລື "ທ່ານຕ້ອງໃຫ້ກຽດ ແລະ ເຄົາລົບນັບຖືພຣະຢາເວກ່ອນເພື່ອຮຽນຮູ້ສິ່ງທີ່ສະຫລາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຄົນໂງ່ທັງຫລາຍມັກຫມິ່ນປະຫມາດປັນຍາ ແລະ ການສັ່ງສອນ

ຜູ້ທີ່ບໍ່ເຫັນຄຸນຄ່າສິ່ງທີ່ສະຫລາດ ແລະ ການສອນແມ່ນຄົນໂງ່ "

ຢ່າຖິ້ມຄຳສອນ

ນີ້ແມ່ນສຳນວນ ທີ່ມີຄວາມຫມາຍວ່າ "ບໍ່ສົນໃຈ" ຫລື "ຢ່າປະຕິເສດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຂົາຈະເປັນພວງມະໄລທີ່ສະງ່າງາມສຳລັບຫົວຂອງເຈົ້າ ແລະ ເປັນສາຍຄໍອ້ອມຄໍຂອງເຈົ້າ

ກົດລະບຽບ ແລະ ຄຳແນະນຳ ທີ່ພໍ່ແມ່ສອນລູກຂອງພວກເຂົາແມ່ນມີຄຸນຄ່າ ແລະ ສຳຄັນຫລາຍທີ່ພວກເຂົາຖືກກ່າວເຖິງຄືກັບການທີ່ສວຍງາມທີ່ຄົນນຸ່ງ. ອາດແປໄດ້ອີກວ່າ: "ພວກເຂົາຈະເຮັດໃຫ້ເຈົ້າສະຫລາດຄືກັນກັບການໃສ່ພວງມະໄລ ຢູ່ເທິງຫົວຂອງເຈົ້າ ຫລື ກີ້ຮອບຄໍຂອງເຈົ້າເຮັດໃຫ້ເຈົ້າສວຍງາມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວງມະໄລ

ວົງມົນທີ່ເຮັດດ້ວຍໃບ ຫລື ດອກໄມ້

ເປັນກີ້ຂອງສາຍຄໍ

ເຄື່ອງປະດັບທີ່ສວມໃສ່ຄໍ