lo_tn/php/03/01.md

52 lines
6.1 KiB
Markdown

# ຂໍ້ມູນເຊື່ອມຕໍ່:
ເພື່ອທີ່ຈະເຕືອນພີ່ນ້ອງຜູ້ເຊື່ອທັງຫລາຍກ່ຽວກັບພວກຢິວຜູ້ທີ່ພະຍາຍາມໃຫ້ພວກເຂົາປະຕິບັດຕາມກົດບັນຍັດເກົ່າ, ໂປໂລໃຫ້ຄຳພະຍານຂອງທ່ານກ່ຽວກັບເວລາທີ່ຈະມີການຂົ່ມເຫັງຜູ້ເຊື່ອທັງຫລາຍ.
# ສຸດທ້າຍນີ້ພີ່ນ້ອງທັງຫລາຍຂອງຂ້າພະເຈົ້າ
''ບັດນີ້ ໃຫ້ເດີນໜ້າຕໍ່ໄປ ພີ່ນ້ອງຂອງຂ້າພະເຈົ້າ'' ຫລື ''ເລື່ອງອື່ນໆ ທີ່ກ່ຽວຂ້ອງ, ພີ່ນ້ອງຂອງຂ້າພຣະເຈົ້າ''
# ພີ່ນ້ອງທັງຫລາຍຂອງຂ້າພຣະເຈົ້າ
ຄຳແປນີ້ໃຫ້ເຫມືອນກັບທີ່ແປໃນ 1:12.
# ຈົ່ງຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າ
''ຈົ່ງມີຄວາມສຸກເພາະສິ່ງທີ່ພຣະຜູ້ເປັນເຈົ້າໄດ້ຊົງກະທຳແລັວ''
# ຫນ້າລຳຄານ
ລົບກວນ
# ແລະສິ່ງເຫລົ່ານີ້ຈະຊ່ວຍໃຫ້ທ່ານປອດໄພ
ໃນທີ່ນີ້ ''ສິ່ງເຫລົ່ານີ້'' ອ້າງເຖິງຄຳສອນຂອງໂປໂລ. ເຮົາສາມາດເພີ້ມການແປໃນສອງປະໂຫຍກກ່ອນຫນ້າ. ແປອີກຢ່າງວ່າ: ''ເພາະຄຳສອນເຫລົ່ານີ້ຈະປົກປ້ອງພວກທ່ານຈາກຄົນເຫລົ່ານັ້ນທີ່ສອນໃນສິ່ງທີ່ບໍໍ່ເປັນຄວາມຈິງ" (ເບິ່ງ: [[rc://*/ta/man/translate/figs-explicit]])
# ຈົ່ງລະວັງສຳລັບ
''ຈົ່ງລະວັງສຳລັບ'' ຫລື ''ໃຫ້ລະວັງສຳລັບ''
# ພວກຫມາ... ພວກທີ່ເຮັດຊົ່ວຮ້າຍ... ພວກທີ່ປາດເນື້ອເຖືອຫນັງ
ນີ້ຄືສາມວິທີ ທີ່ອະທິບາຍເຖິງຄົນກຸ່ມດຽວກັນທີ່ເປັນຜູ້ສອນປອມ. ໂປໂລໃຊ້ຂໍໍ້ຄວາມທີ່ຫນັກແຫນ້ນເພື່ອຖ່າຍທອດຄວາມຮູ້ສືກຂອງທ່ານກ່ຽວກັບພວກຜູ້ສອນຊາວຄຣິສະຕຽນຢິວເຫລົ່ານີ້.
# ຫມາ
ຄຳວ່າ ''ຫມາ'' ຊາວຢິວມັກຈະໃຊ້ເພື່ອອ້າງເຖິງຄົນເຫລົ່ານັ້ນທີ່ບໍ່ແມ່ນພວກຢິວ. ພວກເຂົາຖືກເບິ່ງວ່າເປັນພວກບໍ່ສະອາດ. ໂປໂລເວົ້າເຖິງພວກຜູ້ສອນປອມວ່າພວກເຂົາເປັນເຫມືອນຫມາ, ເພື່ອດູຫມິ່ນພວກເຂົາ ຖ້າທ່ານມີສັດອື່ນໃນວັດທະນະທັມຂອງທ່ານທີ່ພິຈາລະນາວ່າເປັນສັດບໍ່ສະອາດ ຫລື ຊື່ທີ່ໃຊ້ເປັນການດູຫມິ່ນ ເຍາະເຍີ້ຍ, ທ່ານກໍ່ໃຊ້ຊື່ສັດນັ້ນແທນໄດ້. (ເບິ່ງ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-irony]])
# ການປາດເນື້ອເຖືອຫນັງ
ໂປໂລເວົ້າໃຫ້ເກີນຈິງດຢ່າງດຽວກັບການທີເຮັດພິທີຕັດເພື່ອມິ່ນປະມາດພວກຜູ້ສອນປອມ ພວກຜູ້ສອນປອມກ່າວວ່າ. ພຣະເຈົ້າຈະຊ່ວຍໃຫ້ຜູ້ທີເຂົ້າພິທີຕັດເທົ່ານັ້ນໃຫ້ລອດ. ຄືຜູ້ທີ່ຖືກຕັດປາຍຫຸ່ມອົງຄະຊາດແລັວການເຮັດຢ່າງນີ້ເຮັດໂດຍອາໃສບັນຍັດຂອງໂມເຊນຳສຳຫລັບຜູ້ຊາຍຢິວທຸກຄົນ. (ເບິ່ງ: [[rc://*/ta/man/translate/figs-hyperbole]] ແລະ [[rc://*/ta/man/translate/figs-metonymy]])
# ເພາະພວກເຮົາ
ໂປໂລໃຊ້ຄຳວ່າ ''ພວກເຮົາ'' ອ້າງເຖິງຕົວທ່ານເອງແລະຜູ້ເຊື່ອໃນພຣະຄຣິດ, ທີ່ແທ້ຈິງທັງຫມົດ ລວມທັງຜູ້ເຊື່ອຊາວຟີລິບປອຍດ້ວຍ. (ເບິ່ງ: [[rc://*/ta/man/translate/figs-inclusive]])
# ການເຂົ້າພິທີຕັດທີ່ແທ້ຈິງ
ໂປໂລໃຊ້ວະລີນີ້ເວົ້າເຖິງຜູ້ເຊື່ອໃນພຣະຄຣິດຜູ້ທີ່ບໍໍ່ໄດ້ເຂົ້າພິທີຕັດທາງດ້ານຮ່າງກາຍ ແຕ່ເຂົ້າພິທີຕັດທາງດ້ານວິນຍານເຊິ່ງຫມາຍຄວາມວ່າພວກເຂົາບໍ່ໄດ້ຮັບວິນຍານບໍຣິສຸດໂດຍທາງຄວາມເຊື່ອ. ''ປະຊາຊົນຂອງພຣະເຈົ້າທີ່ແທ້ຈິງ''
# ບໍ່ມີຄວາມເຊື່ອຫມັ້ນໃນເນື້ອຫນັງ
''ຢ່າເຊື່ອໜຫມັ້ນວ່າຕ້ອງຕັດເນື້ອຫນັງຂອງເຮົາເທົ່ານັ້ນ ຈຶ່ງຈະເປັນທີ່ພໍພຣະທັຍພຣະເຈົ້າ''