lo_tn/php/02/25.md

2.4 KiB

ເອປາໂຟດີໂຕ

ນີ້ເປັນຊື່ຂອງຜູ້ຊາຍຄົນຫນຶ່ງທີ່ຖືກສົ່ງໂດຍຄຣິສຕະຈັກຟີລິບປອຍ ໄປຮ່ວມເຮັດພັນທະກິດກັບໂປໂລໃນຄຸກ. (ເບິ່ງ: rc://*/ta/man/translate/translate-names)

ເພື່ອນຮ່ວມງານແລະເປັນເພື່ອນທະຫານ

ໃນທີ່ນີ້ໂປໂລເວົ້າເຖິງເອປາໂຟດີໂຕເຫມືອນກັບເຂົາເປັນທະຫານ. ທ່ານຫມາຍຄວາມວ່າ ເອປາໂຟດີໂຕ ໄດ້ຮັບການຝືກຝົນແລະອຸທິດຕົນໃນການຮັບໃຊ້ພຣະເຈົ້າ, ບໍ່ວ່າຈະຫນັກຫລາຍຊ່ຳໃດທີ່ເຂົາຕ້ອງທົນທຸກ. ແປອີກຢ່າງວ່າ: ''ເພື່ອຜູ້ເຊື່ອທີ່ທຳງານ ແລະ ຕໍ່ສູ້ຮ່ວມກັບເຮົາ" (ເບິ່ງ: rc://*/ta/man/translate/figs-metaphor)

ແລະຍັງເປັນຕົວແທນຂອງທ່ານແລະເປັນຜູ້ຊ່ວຍເຫລືອໃນຄວາມຈຳເປັນຂອງຂ້າພຣະເຈົ້າ

''ແລະຜູ້ນຳຂ່າວສານຂອງທ່ານມາຫາຂ້າພະເຈົ້າແລະຊ່ວຍເຫລືອຂ້າພະເຈົ້າເມືອຂ້າພະເຈົ້າມີຄວາມຈຳເປັນ''

ເພາະວ່າເຂົາຮ້ອນຮົນໃຈ,ແລະປາດຖະຫນາທີ່ຈະຢູ່ກັບທ່ານທັງຫລາຍ

''ເຂົາຮູ້ສືກກັງວົນແລະຕ້ອງການຢູ່ກັບທ່ານທັງຫລາຍ''

ທຸກຊ້ອນທຸກ

ສາເຫດແຫ່ງຄວາມໂສກເສົ້າສາມາດເຮັດໃຫ້ຊັດເຈນໄດ້. ແປອີກຢ່າງວ່າ: ''ຄວາມໂສກເສົ້າຂອງການສູນເສຍ ເຂົາໄດ້ເພີ້ມຄວາມໂສກເສົ້າທີ່ຂ້າພະເຈົ້າມີຢູ່ແລັວຈາກການຢູ່ໃນຄຸກ'' (ເບິ່ງ: rc://*/ta/man/translate/figs-explicit)