lo_tn/php/01/25.md

2.7 KiB

ເນື່ອງຈາກຂ້າພະເຈົ້າຫມັ້ນໃຈໃນເລື່ອງນີ້

''ເນື່ອງຈາກຂ້າພຣະເຈົ້າແນ່ໃຈວ່າ ເປັນການດີສຳຫລັບທ່ານທີ່ຂ້າພະເຈົ້າຈະມີຊີວິດຢູ່''

ຂ້າພະເຈົ້າຈະຍັງຄົງຢູ່ກັບພວກທ່ານທັງຫລາຍ

''ຂ້າພະເຈົ້າຮູ້ວ່າຂ້າພະເຈົ້າຈະຢູ່ຕໍ່ໄປ'' ຫລື ''ຂ້າພະເຈົ້າຮູ້ວ່າຂ້າພະເຈົ້າຈະຍັງຢູ່ຕໍ່ໄປອີກ''

ຈະຍັງຄົງຢູ່ກັບພວກທ່ານທັງຫລາຍຕໍ່ໄປອີກ

''ແລະຂ້າພະເຈົ້າຈະຮັບໃຊ້ພວກທ່ານທຸກຄົນຕໍ່ໄປ''

ຕັ້ງຫມັ້ນຄົງຢູ່ເປັນນໍ້າຫນຶ່ງໃຈດຽວກັນ... ຕໍ່ສູ້ເຫມືອນຢ່າງຄົນໆດຽວ

ທັງສອງວະລີນີ້ມີຄວາມຫມາຍຄ້າຍຄືກັນ ແລະ ຢໍ້າຄວາມສຳຄັນ ຂອງເອກະພາບ ຄຳວ່າ ວິນຍານ ແລະຈິດໃຈ ອ້າງເຖິງຈຶດໃຈແລະອາລົມ. ແປອີກຢ່າງຫນຶ່ງວ່າ ທຸກຄົນມີຈຸດປະສົງຕັ້ງຫມັ້ນເຫມືອນກັນແລະທຳງານດ້ວຍຄວາມປາຖະຫນາເຫມືອນກັນ.

ດ້ວຍໃຈພຽງຫນຶ່ງດຽວທີ່ກະຕືລືລົ້ນ

ກະຕືລືລົ້ນດ້ວຍໃຈດຽວ.'' ການເຫັນດ້ວຍກັບຄົນອື່ນ ຫລື ຈະເວົ້າວ່າມີຄວາມຄິດຢ່າງດຽວກັນ. ແປອີກຢ່າງວ່າ: ''ເຫັນດ້ວຍກັບຄົນອື່ນ ແລະ ພະຍາຍາມດ້ວຍກັນ'' (ເບິ່ງ: rc://*/ta/man/translate/figs-metaphor)

ມຸ່ງຫມັ້ນດ້ວຍກັນ

ເຮັດວຽກຫນັກດ້ວຍກັນ

ເພີ່ມຄວາມເຊື່ອໃນຂ່າວປະເສີດນັ້ນ

ຄວາມຫມາຍທີ່ເປັນໄປໄດ້ຄື1)''ເພື່ອເຜີຍແຜ່ຄວາມເຊື່ອທີ່ຕັ້ງຢູ່ເທິງຟື້ນຖານຂອງຂ່າວປະເສີດ ຫລື 2) ''ເຊື່ອແລະດຳເນີນຊີວິດຕາມທີ່ຂ່າວດີໄດ້ສອນເຮົາ''