lo_tn/php/01/22.md

3.1 KiB

ແຕ່ຖ້າເຮົາຍັງມີຊີວິດຢູ່ໃນຮ່າງກາຍນີ້

ຄຳວ່າ ''ເນື້ອ'' ເປັນຄຳເວົ້າເຖິງຄວາມຫມາຍສຳລັບຮ່າງກາຍ, ແລະ ''ການມີຊີວິດຢູ່ໃນເນື້ອຫນັງ'' ເປັນຄຳເວົ້າເຖິງຄວາມຫມາຍທີ່ມີຊີວິດຢູ່. ແປອີກຢ່າງຫນຶ່ງວ່າ: ''ແຕ່ຖ້າເຮົາຍັງມີຊີວິດຢູ່ໃນຮ່າງກາຍຂອງຂ້າພະເຈົ້າ'' ຫລື ''ແຕ່ຖ້າຂ້າພະເຈົ້າຍັງມີຊີວິດຢູ່" (ເບິ່ງ: rc://*/ta/man/translate/figs-metonymy)

ເຮົາຈະດຳເນີນພາລະກິດໃຫ້ເກີດປະໂຫຍດຕື່ມ

ຄຳວ່າ ''ຜົນ'' ໃນທີ່ນີ້ອ້າງເຖິງຜົນດີຂອງງານຂອງໂປໂລ. ແປອີກຢ່າງວ່າ: ''ແຕ່ຖ້າເຮົາມີຊີວິດຢູ່ໃນຮ່າງກາຍະພາບເຮັດໃຫ້ຂ້າພະເຈົ້າມີໂອກາດໃນການສົ່ງເສີມປະຊາຊົນໃນການເຊື່ອໃນພຣະຄຣິດ" (ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])

ເພາະຂ້າພະເຈົ້າມີທາງເລືອກສອງຢ່າງ

ໂປໂລກ່າວເຖິງຄວາມຫຍຸ້ງຍາກຫລາຍ ສຳ ລັບທ່ານທີ່ຈະເລືອກເອົາລະຫວ່າງການມີຊີວິດແລະການເສຍຊີວິດຄືກັບວ່າສອງວັດຖຸຫນັກເຊັ່ນກ້ອນຫີນຫລືໄມ້ທ່ອນ ທີ່ກຳລັງຍູ້ທ່ານຈາກສອງດ້ານໃນເວລາດຽວກັນ. ພາສາຂອງທ່ານອາດຈະຕ້ອງການໃຫ້ວັດຖຸດຶງດູດຫລາຍກວ່າການຊຸກຍູ້.ແປໄດ້ອີກຢ່າງວ່າ: "ເຮົາຕົກຢູ່ໃນຄວາມເຄັ່ງຕຶງ. ເຮົາບໍ່ຮູ້ວ່າເຮົາຄວນເລືອກທີ່ຈະມີຊີວິດຫລືຕາຍ" (ເບິ່ງ: rc://*/ta/man/translate/figs-metaphor)

ຂ້າພະເຈົ້າປາດຖະຫນາທີ່ຈະຈາກໄປຢູ່ກັບພຣະຄຣິດ

ໂປໂລໃຊ້ພາສາທີ່ນຸ່ມນວນທີ່ນີ້ສະແດງວ່າທ່ານບໍ່ຢ້ານຄວາມຕາຍ. ແປອີກຢ່າງວ່າ: ''ຂ້າພຣະເຈົ້າປາຖະຫນາທີ່ຈະຕາຍເພາະຂ້າພະເຈົ້າຈະໄປຢູ່ກັບພຣະຄຣິດ" (ເບິ່ງ: rc://*/ta/man/translate/figs-euphemism)