3.3 KiB
ຂໍ້ມູນທົ່ວໄປ:
ຜູ້ຂຽນເລີ່ມຕົ້ນດ້ວຍເຊື້ອວົງຕະກູນຂອງພຣະເຢຊູເພື່ອສະແດງວ່າລາວເປັນເຊື້ອສາຍຂອງກະສັດດາວິດແລະຂອງອັບຣາຮາມ. ການສືບເຊື້ອສາຍສືບຕໍ່ຜ່ານ 1:15.
ປື້ມບັນທຶກຂອງເຊື້ອສາຍຂອງພຣະເຢຊູຄຣິດ
ທ່ານສາມາດແປເປັນປະໂຫຍກນີ້ທີ່ສົມບູນ. ອາດແປໄດ້ອີກວ່າ: "ນີ້ແມ່ນບັນຊີລາຍຊື່ຂອງບັນພະບຸຣຸດຂອງພຣະເຢຊູຄຣິດ."
ລູກຊາຍຂອງດາວິດ ລູກຊາຍຂອງອັບຣາຮາມ
ມີຫລາຍຮຸ້ນຄົນລະຫວ່າງພຣະເຢຊູ, ດາວິດ, ແລະອັບຣາຮາມ. ຕໍ່ໄປນີ້ "ລູກຊາຍ" ຫມາຍຄວາມວ່າ "ເຊື້ອສາຍ." ອາດແປໄດ້ອີກວ່າ: "ເຊື້ອສາຍຂອງດາວິດ, ຜູ້ທີ່ເປັນເຊື້ອສາຍຂອງອັບຣາຮາມ"
ລູກຊາຍຂອງດາວິດ
ບາງຄັ້ງປະໂຫຍກທີ່ວ່າ "ລູກຊາຍຂອງດາວິດ"ຖືກໃຊ້ເປັນນາມມະຍົດ, ແຕ່ໃນທີ່ນີ້ເບິ່ງຄືວ່າໃຊ້ເພື່ອລະບຸເຊື້ອສາຍຂອງພຣະເຢຊູ.
ອັບຣາຮາມເປັນພໍ່ຂອງອີຊາກ
"ອັບຣາຮາມໄດ້ເປັນພໍ່ຂອງອີຊາກ" ຫລື "ອັບຣາຮາມໄດ້ມີລູກຊາຍຊື່ອີຊາກ" ຫລື "ອັບຣາຮາມໄດ້ມີລູກຊາຍຊື່ວ່າອີຊາກ." ມີຫລາຍວິທີທີ່ທ່ານສາມາດແປ. ວິທີໃດທີ່ທ່ານແປມັນຢູ່ນີ້, ມັນດີທີ່ສຸດທີ່ຈະແປແບບດຽວກັນຕະຫລອດບັນຊີລາຍຊື່ຂອງບັນພະບຸລຸດຂອງພຣະເຢຊູ.
ອີຊາກພໍ່ ... ຢາໂຄບພໍ່ຂອງ
ໃນທີ່ນີ້ຄຳວ່າ "ໄດ້" ແມ່ນເຂົ້າໃຈແລ້ວ.ອາດແປໄດ້ອີກວ່າ : "ອີຊາກແມ່ນພໍ່ ... ຢາໂຄບແມ່ນພໍ່" (ເບິ່ງ: rc://*/ta/man/translate/figs-ellipsis)
ເປເຣັດ ກັບເຊຣາ ...ເຮຊະໂຣນ... ເຮຊະໂຣນ...ຣາມ.
ນີ້ແມ່ນຊື່ຂອງຜູ້ຊາຍ. (ເບິ່ງ: rc://*/ta/man/translate/translate-names)
ເປເຣັດຜູ້ເປັນ...ເຮຊະໂຣນຜູ້ເປັນພໍ່
ໃນທີ່ນີ້ ຄຳ ວ່າ "ໄດ້" ແມ່ນເຂົ້າໃຈແລ້ວ. ອາດແປໄດ້ອີກວ່າ: "ເປເຣັດ ແມ່ນພໍ່ ...ເຮຊະໂຣນ ແມ່ນພໍ່" (ເບິ່ງ: rc://*/ta/man/translate/figs-ellipsis)