2.4 KiB
ຂໍ້ມູນທົ່ວໄປ:
ເອຊາຢາກຳລັງເວົ້າກັບປະຊາຊົນອິດສະຣາເອນ. ລາວສືບຕໍ່ການປຽບທຽບກ່ຽວກັບ "ແສງສະຫວ່າງ." (ເບິ່ງເພີ້ມເຕີມ: 60:1)
ເຖິງແມ່ນວ່າຄວາມມືດຈະປົກຄຸມທົ່ວແຜ່ນດິນໂລກ, ແລະຄວາມມືດຈະປົກຄຸມບັນດາປະຊາຊາດ
ທັງສອງສໍານວນນີ້ມີຄວາມຫມາຍຄືກັນ ແລະ ຖືກລວມເຂົ້າກັນເພື່ອເນັ້ນຫນັກ. ພວກເຂົາກ່າວເຖິງ "ຄວາມມືດທາງວິນຍານ." ນີ້ຫມາຍຄວາມວ່າຄົນອື່ນໆໃນໂລກຈະບໍ່ຮູ້ຈັກພຣະຢາເວ ຫລື ວິທີທີ່ຈະເຮັດໃຫ້ພຣະອົງພໍໃຈ. ນີ້ແມ່ນການປຽບທຽບສຳລັບການຕັດສິນອັນສັກສິດຂອງພຣະເຈົ້າ. (ເບິ່ງເພີ້ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metaphor]])
ແຕ່ພຣະຢາເວຈະຊົງຂຶ້ນມາເຫນືອເຈົ້າ
ນີ້ຫມາຍຄວາມວ່າແສງສະຫວ່າງແຫ່ງການສະຖິດຢູ່ຂອງພຣະເຈົ້າຈະປະກົດຕົວສຳລັບປະຊາຊົນອິດສະຣາເອນ, ແລະຈະສະແດງວິທີທີ່ພວກເຂົາຄວນໄປທາງໃດ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metaphor)
ພຣະສະຫງ່າຣາສີຂອງພຣະອົງເຫນືອເຈົ້າ
ນີ້ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ແລະປະຊາຊົນຂອງປະຊາຊາດຕ່າງໆ ຈະເຫັນສະຫງ່າຣາສີຂອງພຣະອົງຢູ່ເຫນືອພວກເຈົ້າ" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-activepassive)