lo_tn/isa/48/19.md

2.9 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງອະທິບາຍສະຖານະການທີ່ສົມມຸດຕໍ່ປະຊາຊົນອິດສະຣາເອນ.

ເຊື້ອສາຍຂອງເຈົ້າກໍຈະຫລວງຫລາຍດັ່ງເມັດຊາຍ, ແລະລູກຫລານໃນທ້ອງຂອງເຈົ້າຈະຫລວງຫລາຍເທົ່າກັບເມັດຊາຍ

ທັງສອງຫມາຍຄວາມວ່າປະຊາຊົນຈະມີລູກຫລານຫລາຍກ່ວາພວກເຂົາຈະນັບໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ລູກຫລານໃນທ້ອງຂອງເຈົ້າ

ພຣະຢາເວກ່າວເຖິງເຊື້ອສາຍຂອງປະຊາຊົນອິດສະຣາເອນ ຄືກັບວ່າພວກເຂົາເປັນເດັກນ້ອຍເຊິ່ງປະເທດຊາດໃຫ້ກຳເນີດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊື່ຂອງພວກເຂົາຈະບໍ່ຖືກຕັດອອກແລະຈະບໍ່ຖືກລົບລ້າງອອກໄປ

ປະຊາຊົນອິດສະຣາເອນທີ່ຖືກທຳລາຍນັ້ນຖືກເວົ້າເຖິງ ຄືກັບວ່າຊື່ຂອງພວກເຂົາຖືກຕັດອອກໄປ, ຄືກັບວ່າຄົນຫນື່ງຈະຕັດແຜ້ຫລືຕັດກິ່ງໄມ້ຈາກຕົ້ນໄມ້, ຫລືຖືກລົບອອກ. ສິ່ງນີ້ສາມາດແປເປັນຮູບແບບການກະທໍາໄດ້. ອາດແປໄດ້ອີກວ່າ: "ເຮົາຈະບໍ່ຕັດຊື່ແລະລົບລ້າງຊື່ຂອງພວກເຂົາອອກໄປ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ຊື່ຂອງພວກເຂົາ

ຄຳວ່າ "ຊື່" ຫມາຍເຖິງລູກຫລານຜູ້ທີ່ຈະໃຊ້ ຊື່ຂອງອິດສະຣາເອນ. ອາດແປໄດ້ອີກວ່າ: "ພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຕັດອອກແລະຈະບໍ່ຖືກລົບລ້າງອອກໄປ

ການສະແດງອອກສອງສຳນວນນີ້ໃນສະພາບ ການນີ້ຫມາຍເຖິງການທຳລາຍປະຊາຊົນ. ອາດແປໄດ້ອີກວ່າ: "ຖືກທໍາລາຍ"(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)