lo_tn/isa/48/17.md

2.8 KiB

ພຣະຜູ້ໄຖ່ຂອງເຈົ້າ ... ພຣະເຈົ້າຂອງເຈົ້າ

ຄຳວ່າ "ຂອງເຈົ້າ" ຫມາຍເຖິງປະຊາຊົນອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-youdual)

ພຣະຜູ້ໄຖ່

ແປຄຳນີ້ໃນແບບດຽວກັບທີ່ທ່ານໄດ້ແປໃນບົດ 41:14.

ອົງບໍລິສຸດຂອງອິດສະຣາເອນ

ແປປະໂຫຍກນີ້ໃນແບບດຽວກັບທີ່ທ່ານໄດ້ແປໃນບົດ 1: 4.

ຜູ້ທີ່ນຳເຈົ້າໃນທາງທີ່ເຈົ້າຄວນຈະໄປ.

ພຣະຢາເວສອນປະຊາຊົນໃຫ້ຮູ້ວິທີ ທີ່ພວກເຂົາຄວນຈະດໍາເນີນຊີວິດ ຄືກັບວ່າພຣະອົງກຳລັງນຳພາພວກເຂົາໃຫ້ເດີນໄປໃນເສັ້ນທາງທີ່ຖືກຕ້ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຖ້າເຈົ້າພຽງແຕ່ເຊື່ອຟັງພຣະບັນຍັດຂອງເຮົາ

ພຣະຢາເວອະທິບາຍບາງສິ່ງບາງຢ່າງ ທີ່ສາມາດເກີດຂຶ້ນແຕ່ບໍ່ໄດ້ເກີດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)

ເມື່ອນັ້ນຄວາມສະຫງົບສຸກ ແລະ ຄວາມຮັ່ງມີຂອງເຈົ້າຈະໄຫລເຫມືອນກັບແມ່ນ້ຳ, ແລະຄວາມລອດຂອງເຈົ້າເປັນເຫມືອນກັບຄື້ນຂອງທະເລ

ສອງສໍານວນນີ້ມີຄວາມຫມາຍຄ້າຍຄືກັນ. ໃນທັງສອງ, ພຣະຢາເວເວົ້າເຖິງອິດສະຣາເອນໄດ້ຮັບພອນອັນອຸດົມສົມບູນ ຄືກັບວ່າພອນເຫລົ່ານັ້ນໄຫລຄືກັບນໍ້າ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-parallelism]])

ຄວາມລອດຂອງເຈົ້າເປັນເຫມືອນກັບຄື້ນຂອງທະເລ

ຄໍາກິລິຍາອາດມາຈາກສໍານວນທີ່ຜ່ານມາ. ອາດແປໄດ້ອີກວ່າ: "ຄວາມລອດຂອງເຈົ້າຈະໄຫລຄືຄື້ນຂອງທະເລ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)