lo_tn/isa/48/09.md

2.8 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.

ເພາະເຫັນແກ່ນາມຂອງເຮົາເຮົາຈະອົດກັ້ນຄວາມໂກດແຄ້ນຂອງເຮົາໄວ້.

ຕໍ່ໄປນີ້ຄຳວ່າ "ນາມ" ຫມາຍເຖິງຊື່ສຽງຂອງພຣະຢາເວ. ອາດແປໄດ້ອີກວ່າ: "ເພື່ອປະໂຫຍດຂອງຊື່ສຽງຂອງເຮົາເຮົາຈະຊ້າຄວາມໃຈຮ້າຍຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພາະເຫັນແກ່ກຽດຕິຍົດຂອງເຮົາ ເຮົາຈະຢັບຢັ້ງຈາກການທຳລາຍເຈົ້າ

ພາກສ່ວນຫນື່ງຂອງປະໂຫຍກນີ້ຫມາຍເຖິງໂດຍພື້ນຖານຄືກັນກັບພາກສ່ວນທຳອິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເບິ່ງແມ, ເຮົາໄດ້ຊຳລະເຈົ້າໃຫ້ບໍລິສຸດແລ້ວ, ແຕ່ບໍ່ເຫມືອນກັບເງິນ; ເຮົາໄດ້ຊຳລະລ້າງເຈົ້າໃຫ້ສະອາດຢູ່ໃນເຕົາໄຟແຫ່ງຄວາມລຳບາກ.

ພຣະຢາເວກ່າວເຖິງການໃຊ້ຄວາມທຸກລໍາບາກ ເພື່ອຊຳລະລ້າງປະຊາຊົນຂອງພຣະອົງ ຄືກັບວ່າພວກເຂົາເປັນໂລຫະທີ່ມີຄ່າ ແລະ ຄວາມທຸກທໍລະມານແມ່ນເຕົາຫລອມທີ່ພຣະອົງໄດ້ຊໍາລະລ້າງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະຍອມເຮັດໃຫ້ນາມຂອງເຮົາເຊື່ອມເສຍໄດ້ແນວໃດ?

ພຣະຢາເວໃຊ້ຄຳຖາມເພື່ອເນັ້ນຫນັກວ່າພຣະອົງບໍ່ສາມາດປ່ອຍໃຫ້ນາມຂອງຕົນເຊື່ອມເສຍ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ເພາະວ່າເຮົາບໍ່ສາມາດປ່ອຍໃຫ້ຜູ້ໃດເຮັດໃຫ້ນາມຂອງເຮົາເຊື່ອມເສຍໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)