lo_tn/isa/42/05.md

3.2 KiB

ຜູ້ທີ່ສ້າງຟ້າສະຫວັນແລະຄຶງພວກມັນໄວ້, ເປັນຜູ້ສ້າງແຜ່ນດິນໂລກ

ພວກຜູ້ທໍານວາຍເວົ້າກ່ຽວກັບພຣະຢາເວດ້ວຍການສ້າງຟ້າສະຫວັນ ແລະແຜ່ນດິນໂລກຄືກັບວ່າຟ້າສະຫວັນ ແລະແຜ່ນດິນໂລກເປັນຜ້າທີ່ພຣະຢາເວຄຶງອອກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຜູ້ທີ່ປະທານລົມຫາຍໃຈແກ່ຜູ້ຄົນທັງປວງເທິງໂລກ, ແລະ ຜູ້ທີປະທານຊີວິດໃຫ້ແກ່ພວກຄົນທີ່ອາໄສຢູ່ເທິງແຜ່ນດິນໂລກ

ສໍານວນເຫລົ່ານີ້ມີຄວາມຫມາຍໂດຍພື້ນຖານຄືກັນ ແລະເນັ້ນຫນັກວ່າພຣະຢາເວໃຫ້ຊີວິດແກ່ທຸກໆຄົນ. ຄຳວ່າ "ລົມຫາຍໃຈ" ແມ່ນຄຳຕົວແທນສຳລັບຊີວິດ. ອາດແປໄດ້ອີກວ່າ: "ໃຫ້ຊີວິດແກ່ຄົນທີ່ອາໄສຢູ່ເທິງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metonymy]])

ໄດ້ເອີ້ນເຈົ້າ

ທີ່ນີ້ “ ເຈົ້າ” ແມ່ນຄຳພະຫູພົດ ແລະ ຫມາຍເຖິງຜູ້ຮັບໃຊ້ຂອງ ພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-yousingular)

ເຮົາຈະ ... ຕັ້ງເຈົ້າໄວ້ເປັນເຫມືອນພັນທະສັນຍາແກ່ຊົນຊາດ

ໃນນີ້ຄຳວ່າ “ພັນທະສັນຍາ” ແມ່ນຄຳຕົວແທນສຳລັບຜູ້ທີ່ສ້າງ ຫລື ໄກ່ເກ່ຍພັນທະສັນຍາ. (ເບິ່ງເພີ່ມເຕີມ: "ເຮົາຈະ ... ເຮັດໃຫ້ເຈົ້າເປັນຜູ້ໄກ່ເກ່ຍຂອງພັນທະສັນຍາກັບປະຊາຊົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy))

ເປັນແສງສະຫວ່າງແກ່ຄົນຕ່າງດ້າວ

ພຣະຢາເວກ່າວເຖິງການເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນຜູ້ທີ່ປົດປ່ອຍຊົນຊາດຕ່າງໆໃຫ້ພົ້ນຈາກການເປັນຂ້າທາດຄືກັບວ່າພຣະອົງໄດ້ເຮັດໃຫ້ລາວເປັນແສງສະຫວ່າງທີ່ສ່ອງໃນບ່ອນມືດເພື່ອຄົນຕ່າງຊາດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)