3.9 KiB
ເມື່ອມາເຖິງວັນ
ນີ້ແມ່ນສຳນວນທີ່ຫມາຍເຫດການທີ່ຈະເກີດຂຶ້ນ.
ໃນວັນນັ້ນ
ຄຳວ່າ "ວັນ" ເປັນຕົວແທນຂອງເວລາໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ໃນເວລານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ພຣະຢາເວຈະຊົງນວດເຂົ້າ
ພຣະຢາເວລວບລວມປະຊາຊົນຂອງພຣະອົງ ເພື່ອນຳພວກເຂົາກັບຄືນມາຈາກບັນຊົນຊາດຂອງຄົນຕ່າງຊາດເພື່ອກັບຄືນມາແຜ່ນດິນອິດສະຣາເອນ ຖືກເວົ້າເຫມືອນກັບວ່າພຣະອົງຈະຊົງນວນເຂົ້າເພື່ອແຍກເຂົ້າອອກຈາກແກບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ຕັ້ງແຕ່ແມ່ນ້ຳເອີຟຣັດໄປຈົນເຖິງວາດີແຫ່ງເອຢິບ
ເອຊາຢາກ່າວເຖິງແມ່ນໍ້າເອີຟຣັດ ແລະ ວາດີແຫ່ງເອຢິບ ທີ່ຫມາຍຄວາມວ່າພຣະຢາເວຈະນຳປະຊາຊົນອິດສະຣາເອນກັບຄືນາ ຜູ້ທີ່ໄດ້ພະເນຈອນໄປໃນແຜ່ນດິນໃກ້ແມ່ນໍ້າເຫລົ່ານັ້ນ, ຄືອັດຊີເຣຍແລະເອຢິບ. ແມ່ນໍ້າເອີຟຣັດຢູ່ທາງອິດສະຣາເອນທາງເຫນືອ, ແລະວາດີຂອງເອຢິບເປັນອິດສະຣາເອນທາງໃຕ້.
ວາດີແຫ່ງເອຢິບ
"ຫ້ວຍນ້ອຍໆຂອງເອຢິບ"
ເຈົ້າ ... ຈະຖືກຮວບຮວມເຂົ້າມາເທື່ອລະຄົນ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະຮວບຮວມພວກເຈົ້າມາເທື່ອລະຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)
ແກໃຫຍ່ຈະຖືກເປົ່າ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ບາງຄົນຈະເປົ່າແກສຽງດັງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)
ພວກຄົນທີ່ກຳລັງພິນາດໃນແຜ່ນດິນອັດຊີເຣຍຈະມາ, ແລະ ພວກທີ່ຖືກຂັບໄລ່ອອກໄປໃນແຜ່ນດິນເອຢິບຈະມາ
ຄວາມເຂົ້າໃຈໃນຂໍ້ມູນ ສາມາດຖືກລະບຸໃຫ້ແຈ່ມແຈ້ງໄດ້. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ຖືກເນລະເທດ ແລະກຳລັງຈະຕາຍໃນແຜ່ນດິນຂອງອັດຊີເຣຍ ແລະ ແຜ່ນດິນຂອງເອຢິບຈະກັບຄືນມາແຜ່ນດິນອິດສະຣາເອນອີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)
ພູເຂົາສັກສິດ
"ພູເຂົາບໍຣິສຸດ" ແມ່ນພູເຂົາຊີໂອນ, ໃນເຢຣູຊາເລັມ. ເບິ່ງວິທີການແປນີ້ເພີ່ມເຕີມໃນ 11:8.