3.4 KiB
ພຣະຢາເວຈະຊົງເປັນທີ່ຮູ້ຈັກຕໍ່ເອຢິບ
ຄຳວ່າ "ເອຢິບ" ຫມາຍເຖິງປະຊາຊົນເອຢິບ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະເຮັດໃຫ້ປະຊາຊົນເອຢິບຮູ້ຈັກກັບພຣະອົງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])
ຈະຍອມຮັບພຣະຢາເວ
"ຈະຍອມຮັບຄວາມຈິງກ່ຽວກັບພຣະຢາເວ" ຫລື "ຈະເຫັນດ້ວຍກັບຄວາມຈິງກ່ຽວກັບພຣະຢາເວ"
ພວກເຂົາຈະນະມັດສະການ
ວັດຖຸຂອງການນະມັດສະການຂອງພວກເຂົາ ສາມາດຖືກເຮັດໃຫ້ແຈ່ມແຈ້ງໄດ້. ອາດແປໄດ້ອີກວ່າ: "ພວກເຂົາຈະນະມັດສະການພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)
ຈະເຮັດການສາບານແລະ ແກ້ຄຳສາບານເຫລົ່ານັ້ນຕໍ່ພຣະຢາເວ
"ຈະເຮັດສັນຍາຕໍ່ພຣະຢາເວ ແລະ ຮັກສາພວກມັນ" ຫລື "ພວກເຂົາຈະເຮັດສັນຍາຕໍ່ພຣະຢາເວ ແລະ ພວກເຂົາຈະເຮັດໃນສິ່ງພວກເຂົາໄດ້ສັນຍາໄວ້"
ພຣະຢາເວຈະຊົງເຮັດໃຫ້ເອຢິບທົນທຸກ
ໃນນີ້ຄຳວ່າ "ເອຢິບ" ຫມາຍເຖິງປະຊາຊົນຊາວເອຢິບ. ອາດແປໄດ້ອີກວ່າ: "ພຣະຢາເວຈະເຮັດໃຫ້ປະຊາຊົນເອຢິບເປັນທຸກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ທົນທຸກ
"ຕີ" ຫລື "ລົງໂທດ"
ການທົນທຸກ ແລະ ການຮັກສາໃຫ້ຫາຍ
ຄຳວ່າ "ພວກເຂົາ" ຖືກເຂົ້າໃຈໃນສຳນວນນີ້. ອາດແປໄດ້ອີກວ່າ: "ເຮັດໃຫ້ພວກເຂົາທົນທຸກ ແລະ ປິ່ນປົວພວກເຂົາໃຫ້ຫາຍດີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)
ການທົນທຸກ ແລະ ການຮັກສາໃຫ້ຫາຍ
ສຳນວນນີ້ເຊື່ອມໂຍງກັບສຳນວນກ່ອນຫນ້ານີ້ ສາມາດເຮັດໃຫ້ແຈ່ມແຈ້ງໄດ້ດ້ວຍຖ້ອຍຄຳ "ຫລັງຈາກ" ແລະ "ຍັງ." ອາດແປໄດ້ອີກວ່າ: "ແລະຫລັງຈາກພຣະອົງໄດ້ເຮັດໃຫ້ພວກເຂົາທົນທຸກ ແລະ ພຣະອົງຍັງຈະປິ່ນປົວພວກເຂົາໃຫ້ຫາຍດີເຊັ່ນກັນ"