lo_tn/isa/10/33.md

5.0 KiB

ເບິ່ງເຖີດ

ນີ້ສາມາດຖືກແປເຫມືອນ "ຈົ່ງເບິ່ງ" ຫລື "ຈົ່ງຟັງ" ຫລື "ຈົ່ງໃສ່ໃຈໃນສິ່ງທີ່ເຮົາກຳລັງຈະບອກເຈົ້າ."

ພຣະຢາເວຈອມໂຢທາ

ແປຄືກັນໃນ 1:9.

ຈະຊົງຕັດກິ່ງ ... ແລະ ເລບານອນໃນຄວາມສະຫງ່າງາມຂອງເຂົາຈະລົ້ມລົງ

ເອຊາຢາເວົ້າກ່ຽວກັບ ທະຫານອັດຊີເຣຍ ເຫມືອນເປັນຕົ້ນໄມ້ສູງໃຫຍ່ໃນເລບານອນ. ພຣະເຈົ້າຈະທຳລາຍທະຫານເຫມືອນ ປະຊາຊົນຕັດຕົ້ນໄມ້ໃຫຍ່ຂອງເລບານອນ, ນີ້ເນັ້ນຫນັກໃຫ້ເຫັນວ່າ ເຖິງແມ່ນວ່າທະຫານຈະເຂັ້ມແຂງກໍຕາມ, ພຣະເຈົ້າມີຣິດອຳນາດທີ່ຈະທຳລາຍມັນໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈະຊົງຕັດກິ່ງ

"ຈະຕັດກິ່ງໃຫຍ່ທັງຫລາຍຂອງຕົ້ນໄມ້ຕ່າງໆ." ເພື່ອເຮັດໃຫ້ມັນແຈ້ງຂຶ້ນນັ້ນ ນີ້ຫມາຍເຖິງທະຫານຂອງອັດຊີເຣຍ, ມັນສາມາດແປໃຫ້ເປັນເຫມືອນການປຽບທຽບ: ພຣະອົງຈະທຳລາຍທະຫານອັດຊີເຣຍ ເຫມືອນຄົນແຂງແຮງທີ່ຕັດກິ່ງໃຫຍ່ຂອງຕົ້ນໄມ້ນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດ້ວຍການທຳລາຍທີ່ຫນ້າຢ້ານກົວ

ນີ້ສາມາດປ່ຽນຄຳສັບເພື່ອທີ່ ຄຳນາມທີ່ບໍ່ມີຕົວ "ທຳລາຍ" ເປັນການສະແດງໃຫ້ເປັນຄຳກິລິຍາ "ເຮັດໃຫ້ສຽງດັງ." ອາດແປໄດ້ອີກວ່າ: "ແລະພວກກິ່ງຈະຢຽບລົງເທິງພື້ນດິນ ແລະ ເຮັດສຽງໃຫ້ເປັນຕາຫນ້າຢ້ານກົວ" ຫລື "ກິ່ງຕ່າງໆທີ່ຈະຕົກລົງເຖິງດິນ ກັບສຽງດັງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ບັນດາຕົ້ນໄມ້ທີ່ສູງທີ່ສຸດຈະຖືກໂຄ່ນລົງມາ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພະອົງຈະຕັດຕົ້ນໄມ້ທີ່ສູງສຸດລົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ບັນດາຕົ້ນໄມ້ທີ່ສູງທີ່ສຸດ

ນີ້ເປັນຄຳປຽບທຽບສຳລັບ "ບັນດາທະຫານທີ່ແຂງແຮງທີ່ສຸດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນສູງສັັກຈະຖືກເຮັດໃຫ້ຕ່ຳລົງ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະອົງຈະນຳຄົນສູງສັກໃຫ້ຕົກຕໍ່າລົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄົນສູງສັັກ

"ຈອງຫອງ"

ຕັດພຸ່ມໄມ້ຫນາທຶບໃນປ່າລົງມາດ້ວຍຂວານ

"ຕົ້ມໄມ້ຊະນິດຫນຶ່ງທີ່ຫນາທືບໃນປ່າ." ນີ້ອາດຈະເປັນການປຽບທຽບສຳລັບຄົນເຫລົ່ານັ້ນ ຜູ້ທີ່ບໍ່ເປັນທີ່ຮູ້ຈັກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເລບານອນໃນຄວາມສະຫງ່າງາມຂອງເຂົາຈະລົ້ມລົງ

"ປ່າຂອງເລບານອນຈະບໍ່ເປັນທີ່ໃຫຍ່ໂຕອີກ." ອາດເປັນເຫມືອນການປຽບທຽບສຳລັບທະຫານຊາວອັດຊີເຣຍ. ອາດແປໄດ້ອີກວ່າ: "ພຣະຢາເວຈະເອົາຊະນະທະຫານອັດຊີເຣຍ, ທີ່ເຂັ້ມແຂງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)