2.0 KiB
2.0 KiB
ຂໍ້ມູນທົ່ວໄປ:
ຢາໂຄບສືບຕໍ່ເວົ້າກັບພວກລູກຊາຍຂອງລາວ.
ທີ່ນັ້ນໄດ້ຖືກຊື້
ການຊື້ສາມາດເຮັດໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ມັນຖືກຊື້ໂດຍອັບຣາຮາມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)
ຈາກຄົນຮິດຕີ
"ຈາກຄົນຮິດຕີ"
ໄດ້ສັ່ງເສຍລູກຊາຍທັງຫລາຍຂອງເຂົາເເລ້ວ
"ສຳເລັດການສັ່ງເສຍບັນດາລູກຊາຍຂອງລາວ" ຫລື "ສຳເລັດການສັ່ງສອນລູກຊາຍຂອງລາວ"
ເຂົາໄດ້ດຶງຕີນຂອງເຂົາຂຶ້ນເທິງຕຽງ
ຢາໂຄບໄດ້ນັ່ງຢູ່ເທິງຕຽງ. ບັດນີ້, ຢາໂຄບຫັນໄປ ແລະ ຢຽດຕີນຂອງຕົນຢູ່ເທິງຕຽງ ເພື່ອລາວຈະສາມາດນອນໄດ້.
ໄດ້ຫາຍໃຈເຮືອກສຸດທ້າຍ
ນີ້ແມ່ນວິທີການສຸພາບຂອງການເວົ້າເຖິງການເສຍຊີວິດຂອງຄົນຄົນຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)
ໄດ້ໄປຢູ່ກັບບັນພະບຸຣຸດຂອງເຂົາ
ຫລັງຈາກຢາໂຄບຕາຍແລ້ວ, ຈິດວິນຍານຂອງລາວກໍ່ໄປບ່ອນດຽວກັນກັບຍາດພີ່ນ້ອງຂອງລາວ ທີ່ເສຍຊີວິດກ່ອນຫນ້າລາວ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-euphemism]] ແລະ [[rc:///ta/man/translate/figs-idiom]]))