lo_tn/lev/01/07.md

3.3 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ບອກໂມເຊກ່ຽວກັບສິ່ງທີ່ປະຊາຊົນຕ້ອງເຮັດເພື່ອໃຫ້ເຄື່ອງບູຊາຂອງພວກເຂົາຈະເປັນທີ່ຍອມຮັບຕໍ່ພຣະຢາເວ.

ຈະຈູດໄຟເທິງແທ່ນບູຊາ ເເລະ ຈັດວາງຟືນເທິງໄຟ

ນີ້ອາດຫມາຍຄວາມວ່າ ພວກປະໂລຫິດວາງຖ່ານໄຟຮ້ອນໃສ່ແທ່ນບູຊາ, ຈາກນັ້ນວາງໄມ້ໃສ່ຖ່ານ. ອາດຈະແປໄດ້ອີກວ່າ: "ຈະເອົາຟືນໃສ່ແທ່ນບູຊາ ແລະຈູດໄຟ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-events)

ເພື່ອຈູດເທິງໄຟ

ນີ້ແມ່ນສຳນວນຫມາຍຄວາມວ່າຈະຮັກສາການວາງຟືນ. ແປວ່າ ສຳນວນນີ້ເພື່ອໃຫ້ເຂົ້າໃຈວ່າໄຟທີ່ຢູ່ເທິງແທ່ນບູຊາຕ້ອງໄດ້ຮັບການຮັກສາໃຫ້ລຸກຢູ່ຕະຫລອດ. ອາດຈະແປໄດ້ອີກວ່າ: "ເພື່ອຮັກສາໄຟໃຫ້ລຸກຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ສ່ວນເຄື່ອງໃນ ເເລະຂາຂອງມັນ ເຂົາຈະລ້າງດ້ວຍນໍ້າ

ຜູ້ນັ້ນຈະເຮັດສິ່ງນີ້ກ່ອນຈະເອົາຊິ້ນສ່ວນຕ່າງໆມາໃຫ້ປະໂລຫິດວາງເທິງແທ່ນບູຊາ. ທ່ານສາມາດລະບຸສິ່ງນີ້ໃນຕອນທ້າຍໃນຂໍ້ 1:5.

ສ່ວນເຄື່ອງໃນ

ນີ້ແມ່ນກະເພາະອາຫານ ແລະ ລຳໄສ້.

ເຂົາຈະລ້າງດ້ວຍນໍ້າ

ນີ້“ ເຂົາ” ຫມາຍເຖິງຜູ້ທີ່ຖວາຍເຄື່ອງບູຊາ.

ຊຶ່ງເປັນກິ່ນຫອມສຳລັບເຮົາ

ພຣະຢາເວກຳລັງພໍໃຈກັບການນະມັດສະການທີ່ຈິງໃຈໃນການຖວາຍເຄື່ອງບູຊາດັ່ງກ່າວເວົ້າຄືກັບວ່າພຣະຢາເວມີຄວາມຍິນດີໂດຍກິ່ນຫອມຂອງເຄື່ອງເຜົາບູຊາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປັນເຄື່ອງບູຊາດ້ວຍໄຟສຳລັບເຮົາ

ພຣະຢາເວກຳລັງບອກໂມເຊວ່າເຄື່ອງບູຊາດັ່ງກ່າວຈະຕ້ອງຖືກເຜົາດ້ວຍໄຟ. ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ.ອາດຈະແປໄດ້ອີກວ່າ: "ເຄື່ອງຖວາຍບູຊາແກ່ເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)