lo_tn/lam/02/01.md

3.8 KiB

ຂໍ້ມູນທົ່ວໄປ:

ບົດກະວີໃຫມ່ໄດ້ເລີ່ມຂຶ້ນ. ຜູ້ຂຽນພຣະທັມເພງຄໍ່າຄວນໄດ້ໃຊ້ຫລາຍວິທີທາງທີ່ແຕກຕ່າງກັນເພື່ອສະແດງຄວາມຮູ້ສຶກວ່າປະຊາຊົນອິສະຣາເອນໄດ້ສູນເສຍຄວາມເປັນທີ່ຮັກຂອງພຣະເຈົ້າ. (ເບິ່ງ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]] ​ແລະ rc://*/ta/man/translate/figs-metaphor)

ເມກແຫ່ງຄວາມໂກດຮ້າຍຂອງພຣະອົງ

ຄວາມຫມາຍອາດເປັນໄປໄດ້ດັ່ງນີ້ 1) ພຣະເຈົ້າຂູ່ວ່າຈະທຳຮ້າຍປະຊາຊົນແຫ່ງເຢຣູຊາເລັມ ຫລື 2) ພຣະເຈົ້າຊົງເຮັດອັນຕະຣາຍຕໍ່ປະຊາຊົນ (ເບິ່ງ: rc://*/ta/man/translate/figs-metaphor)

ລູກສາວຂອງຊີໂອນ...ລູກສາວຂອງຢູດາ

ບົດກະວີເຫລົ່ານີ້ແທນຊື່ຂອງເຢຣູຊາເລັມ, ຊຶ່ງເວົ້າປຽບເຫມືອນຜູ້ຍິງຄົນຫນຶ່ງ. (ເບິ່ງ: rc://*/ta/man/translate/figs-personification)

ພຣະອົງໄດ້ໂຍນຄວາມງົດງາມຂອງອິສະຣາເອນລົງຈາກຟ້າມາສູ່ດິນ

"ເຢຣູຊາເລັມໄດ້ສູນເສຍຄວາມເຫັນຊອບຈາກພຣະຜູ້ເປັນເຈົ້າ" (ເບິ່ງ: rc://*/ta/man/translate/figs-metaphor)

ບໍ່ໄດ້ລະນືກເຖິງ

"ບໍ່ໄດ້ເປັນຫ່ວງ," "ບໍ່ໄດ້ໃຫ້ຄວາມສົນໃຈ" (ເບິ່ງ: rc://*/ta/man/translate/figs-metaphor)

ນັ່ງຮອງຕີນຂອງພຣະອົງ

ຄຳວ່າ "ຮອງຕີນ" ບັນລະຍາຍເຖິງສະຖານທີ່ ຊຶ່ງພຣະເຈົ້າຊົງຄວາມເມດຕາທີ່ຈະເຂົ້າຮ່ວມ. ອ້າງອີງຄວາມເປັນໄປໄດ້ດັ່ງນີ້ 1) "ເມືອງເຢຣູຊາເລັມເປັນທີ່ຮັກຂອງພຣະອົງ" ຫລື 2) "ພັນທະສັນຍາຂອງພຣະອົງມີຕໍ່ອິສະຣາເອນ." (ເບິ່ງ: rc://*/ta/man/translate/figs-metaphor)

ວັນແຫ່ງຄວາມໂກດຮ້າຍຂອງພຣະອົງ

ໂດຍທົ່ວໄປໃນຊົ່ວເວລາໃດຫນຶ່ງ, ບໍ່ແມ່ນວັນຫນຶ່ງ 24 ຊົ່ວໂມງ. ອາດແປໄດ້ອີກວ່າ: "ໃນເວລາທີ່ພຣະອົງສະແດງຄວາມໂກດຮ້າຍຂອງພຣະອົງ" (ເບິ່ງ: rc://*/ta/man/translate/figs-metonymy)

ໄດ້ກືນກິນ

"ຖືກທຳລາຍຢ່າງຫມົດສິ້ນ" ເຫມືອນດັ່ງສັດທີ່ກືນກິນອາຫານ ຊຶ່ງບໍ່ເຫລືອຫຍັງເລີຍ (ເບິ່ງ: rc://*/ta/man/translate/figs-metaphor)

ກຳແພງຂອງເມືອງທັງຫລາຍ ຂອງລູກສາວຂອງຢູດາ

ຄວາມຫມາຍທີ່ເປັນໄປໄດ້ດັ່ງນີ້ 1) ກຳແພງເມືອງທີ່ມີປ້ອມຕະຫລອດທັງຢູດາ, ຫລື 2) ກຳແພງເມືອງທີ່ມີປ້ອມປະການຂອງເຢຣູຊາເລັມ.