lo_tn/zep/01/07.md

1.8 KiB

ພຣະຢາເວຊົງຕຽມການຖວາຍບູຊາ ແລະ ຊົງແຍກຜູ້ໄດ້ຮັບເຊີນຂອງພຣະອົງໄວ້.

ພາສານີ້ແມ່ນສຳແດງໃຫ້ເຫັນແຜນການອັນສູງສຸດຂອງພຣະເຈົ້າ, ແລະ ​ເປັນວິທີທີ່ພຣະອົງໃຊ້ສັດຕຣູຂອງປະຊາຊົນຂອງພຣະອົງເພື່ອ​ໃຫ້​ສຳ​ເລັດຈຸດປະສົງຂອງພຣະອົງ. (ເບິ່ງ: rc://*/ta/man/translate/figs-idiom).

ຄົນທັງປວງທີ່ໃສ່ເສື້ອຜ້າຂອງຄົນຕ່າງຊາດ.

ປະໂຫຍກນີ້ຊີ້ໃຫ້ເຫັນວ່າຊາວອິສະຣາເອນນຸ່ງເຄື່ອງທີ່ຄ້າຍຄືກັນກັບຄົນຕ່າງຊາດເພື່ອສະແດງຄວາມເຫັນອົກເຫັນໃຈຕໍ່ຮີດຄອງປະເພນີ, ແລະ ການນະມັສະການພະເຈົ້າຂອງຄົນຕ່າງຊາດ. (ເບິ່ງ: rc://*/ta/man/translate/figs-idiom).

ໃນວັນນັ້ນ

"ໃນວັນຂອງ ພຣະຢາເວ"

ທຸກຄົນທີ່ໂດດຂ້ວາມປະຕູ

ນີ້ແມ່ນການອ້າງອີງເຖິງຄົນທີ່ນະມັສະການພະເຈົ້າໃດຫນຶ່ງ ໂດຍສະເພາະເອີ້ນວ່າ ດາການ. ອາດແປໄດ້ອີກວ່າ: "ທຸກຄົນທີ່ນະມັສະການ​ພະດາການ" (ເບິ່ງ: rc://*/ta/man/translate/figs-idiom).