lo_tn/zec/14/20.md

2.1 KiB

ຂໍ້ມູນທົ່ວໄປ:

ຂໍ້ພຣະຄັມພີເຫລົ່ານີ້ສືບຕໍ່ບອກກ່ຽວກັບການໂຈມຕີທີ່ຈະມາເຖິງນະຄອນເຢຣູຊາເລັມ ແລະວິທີທີ່ພຣະເຈົ້າຈະຊ່ວຍກູ້ເອົາເມືອງນັ້ນ.

ຈະ​​ເຫມືອນ​ຖ້ວຍທັງຫລາຍ​​ຕໍ່ຫນ້າ​ແທ່ນ​ບູ­ຊາ

ອາດແປໄດ້ອີກວ່າ: "ຈະສັກສິດຄືກັບຖ້ວຍທີ່ໃຊ້ໃນແທ່ນບູຊາ"

ຫມໍ້​ທຸກ​ຫນ່ວຍ​ໃນ​ເຢ­ຣູ­ຊາ­ເລັມ ແລະ​ ຢູ­ດາ​ຈະຖືກແຍກໄວ້ແດ່ພຣະຢາເວຈອມໂຍທາ

ຫມໍ້ ແລະເຄື່ອງໃຊ້ປະເພດຕ່າງໆໄດ້ຖືກສ້າງພິເສດ ເພື່ອນຳໃຊ້ເຂົ້າໃນພຣະວິຫານເພື່ອນະມັສະການພຣະຢາເວ ແລະເພື່ອຖວາຍເຄື່ອງບູຊາ. ສິ່ງເຫລົ່ານີ້ຖືເປັນສິ່ງພິເສດ, ບໍ່ຄວນນຳໃຊ້ເພື່ອສິ່ງອື່ນໃດ.

ຈະ​ບໍ່​ມີ­ພວກພໍ່ຄ້າທັງຫລາຍໃນ​ພຣະ­ວິ­ຫານ​ຂອງ​ພຣະຢາເວ

ມັນແມ່ນປະເພນີສຳລັບພໍ່ຄ້າທີ່ຂາຍເຄື່ອງຂອງປະຊາຊົນ ທີ່ເຂົາເຈົ້າຕ້ອງການເພື່ອເຮັດການເສຍສະຫລະ ທີ່ເຫມາະສົມແກ່ພຣະຢາເວໃນພຣະວິຫານ. ບາງສະບັບໄດ້ແປວ່າ "ຊາວການາອານ" ແທນ, ເພາະວ່າເນື້ອໃນຂອງພາສາເຮັບເຣີອາດຈະມີຄວາມຫມາຍສອງຢ່າງຄື: "ພໍ່ຄ້າ" ແລະ "ຊາວການາອານ"