lo_tn/zec/14/09.md

2.3 KiB

ຂໍ້ມູນທົ່ວໄປ:

ຂໍ້ພຣະຄັມພີເຫລົ່ານີ້ສືບຕໍ່ບອກກ່ຽວກັບການໂຈມຕີທີ່ຈະມາເຖິງນະຄອນເຢຣູຊາເລັມ ແລະວິທີທີ່ພຣະເຈົ້າຈະຊ່ວຍກູ້ເອົາເມືອງນັ້ນ.

ຈະມີພຣະຢາເວ­​​, ເປັນ​ພຣະ­ເຈົ້າ​ອົງ​ດຽວ, ແລະ​ມີ​ພຽງພຣະ­ນາມຊື່ຂອງພຣະອົງເທົ່ານັ້ນ

"ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນ, ຄືພຣະຢາເວ, ຜູ້ທີ່ຈະໄດ້ຮັບການນະມັສະການ." (ເບິ່ງ: rc://*/ta/man/translate/figs-hendiadys)

ທົ່ງຮາບພຽງ...ເກ­ບາ​...ຣິມໂມນ

ນີ້ແມ່ນຊື່ຂອງສະຖານທີ່ຕ່າງໆ. (ເບິ່ງ: rc://*/ta/man/translate/translate-names)

ນະຄອນເຢ­ຣູ­ຊາ­ເລັມຈະຍັງຄົງຖືກຍົກ​ສູງຂຶ້ນ

ນີ້ຫມາຍເຖິງລະດັບຄວາມສູງ ຂອງນະຄອນເຢຣູຊາເລັມຊຶ່ງສູງກວ່າລະດັບນໍ້າທະເລປະມານ 760 ແມັດ.

ປະ­ຕູ​ເບັນຢາ­ມິນ... ​ຈົນ​ຮອດ​ປະ­ຕູ​ເກົ່າ...ປະ­ຕູຢູ່ແຈ

ນີ້ແມ່ນຊື່ຂອງປະຕູຕ່າງໆໃນກຳແພງເມືອງເຢຣູຊາເລັມ.

ຫໍຄອຍເມືອງຮາ­ນາ­ເນນ

ນີ້ຫມາຍເຖິງຈຸດທີ່ເຂັ້ມແຂງໃນການປ້ອງກັນຕົວເມືອງກ່ຽວກັບກຳແພງຫີນ. ມັນອາດຈະຖືກສ້າງໂດຍຜູ້ຊາຍຊື່ວ່າຮາ­ນາ­ເນນ

ບີບ​ນ້ຳ​ອະ­ງຸ່ນ​ຂອງ​ກະ­ສັດ

ນີ້ອາດຈະຫມາຍເຖິງສະຖານທີ່ທີ່ເຮັດເຫລົ້າອະງຸ່ນສຳລັບຣາຊະວົງ.