lo_tn/zec/13/08.md

2.0 KiB

ນີ້ເປັນຄຳປະກາດຂອງພຣະຢາເວ

ສຳນວນນີ້ມັກຈະຖືກແປເປັນ "ພຣະຢາເວໄດ້ຊົງກ່າວ" ທ່ານສາມາດແປແນວຄວາມຄິດນີ້ໄດ້ວິທີທີ່ດີທີ່ສຸດໃນພາສາຂອງທ່ານ. ສຳນວນນີ້ຖືກໃຊ້ຫລາຍໃນຊ່ວງຂອງເຊຄາຣິຢາ.

ເຮົາ​ຈະ​ເອົາ​ຜູ້ທີ່​ສາມ​ນີ້ຜ່ານໄຟ

ໂລຫະຖືກສົ່ງຜ່ານໄຟເພື່ອເຮັດໃຫ້ບໍຣິສຸດຫລືເຮັດໃຫ້ມັນແຂງ. ສຳນວນນີ້ເປັນຕົວຢ່າງສະແດງໃຫ້ຜູ້ຄົນເຫັນເຖິງຄວາມທຸກທໍຣະມານ ເພື່ອໃຫ້ພວກເຂົາມີຄວາມສັດຊື່ຕໍ່ພຣະເຈົ້າຫລາຍຂຶ້ນ. (ເບິ່ງ: rc://*/ta/man/translate/figs-metaphor)

ບໍຣິສຸດເຫມືອນເງິນທີ່ຖືກຫລອມ; ຄື​ເຮົາ​ຈະ​ທົດສອບ​ພວກເຂົາ​ເຫມືອນ​ທົດສອບ​ຄຳ.

ການກັ່ນຕອງຫມາຍເຖິງການເຮັດ​ໃຫ້ໂລຫະທີ່ມີຄ່າເຊັ່ນ: ເງິນໃຫ້ບໍຣິສຸດຫລາຍຂຶ້ນ. ໂລຫະເຊັ່ນ: ເງິນ ແລະຄຳ ແມ່ນຖືກທົດສອບເພື່ອໃຫ້ຮູ້ວ່າມັນມີຄວາມບໍຣິສຸດ ຫລືແຂງແຮງດີປານໃດ. ທັງການກັ່ນຕອງ ແລະການທົດສອບນີ້ ແມ່ນການປຽບທຽບສຳລັບການເຮັດໃຫ້ຜູ້ຄົນຊື່ສັດຕໍ່ພຣະເຈົ້າ. (ເບິ່ງ: rc://*/ta/man/translate/figs-metaphor)