lo_tn/zec/12/04.md

1.7 KiB

ຂໍ້ມູນທົ່ວໄປ:

ຂໍ້ພຣະຄັມພີເຫລົ່ານີ້ຍັງສືບຕໍ່ບອກກ່ຽວກັບການໂຈມຕີທີ່ຈະມາເຖິງນະຄອນເຢຣູຊາເລັມ ແລະວິທີທີ່ພຣະເຈົ້າຈະຊ່ວຍກູ້ເອົາເມືອງນັ້ນ.

ໃນວັນນັ້ນ

ນີ້ຫມາຍເຖິງມື້ທີ່ກອງທັບໂຈມຕີນະຄອນເຢຣູຊາເລັມ.

ນີ້ເປັນຄຳປະກາດຂອງພຣະຢາເວ

ປະໂຫຍກນີ້ມັກຈະຖືກແປເປັນ "ພຣະຢາເວໄດ້ຊົງກ່າວ" ທ່ານສາມາດແປແນວຄວາມຄິດນີ້ໄດ້ວິທີທີ່ດີທີ່ສຸດໃນພາສາຂອງທ່ານ. ສຳນວນນີ້ຖືກໃຊ້ຫລາຍໃນຊ່ວງ​ຂອງເຊຄາຣິຢາ.

ເຮົາ​ຈະ​​ຈັບຕາ​ເບິ່ງ

ອາດແປໄດ້ອີກວ່າ: "ເຮົາຈະປົກປ້ອງ"

ເຊື້ອ­ສາຍ​ຢູ­ດາ

"ປະຊາຊົນຢູດາ" (ເບິ່ງ: rc://*/ta/man/translate/figs-metonymy)

​ເວົ້າ​ໃນ​ໃຈຂອງພວກເຂົາ

ນີ້ຫມາຍຄວາມວ່າພວກເຂົາຈະຄິດ ແລະເວົ້າກັບຕົວເອງ.

ເພາະວ່າ​ພຣະຢາເວຈອມໂຍທາ

ອາດແປໄດ້ອີກວ່າ: "ເພາະວ່າພວກເຂົານະມັສະການ ພຣະຢາເວຈອມໂຍທາ"