lo_tn/zec/09/14.md

3.8 KiB

ຂໍ້ມູນທົ່ວໄປ:

ສ່ວນຫນຶ່ງຂອງຄຳທຳນວາຍນີ້ສືບຕໍ່ໄປດ້ວຍຄຳເວົ້າຂອງໂຮເຊອາ, ແທນທີ່ເປັນຖ້ອຍຄຳຂອງພຣະຢາເວທີ່ກ່າວຜ່ານລາວ.

ຈະປະກົດແກ່ພວກເຂົາ

ຄຳວ່າ "ພວກເຂົາ" ຫມາຍເຖິງປະຊາຊົນຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ຈະໄດ້ເຫັນຢູ່ເທິງທ້ອງຟ້າໂດຍປະຊາຊົນຂອງພຣະອົງ" ຫລື "ຈະມາຫາປະຊາຊົນຂອງພຣະອົງ"

ຈະ​ຖືກຍິງອອກ​ໄປ​ເຫມືອນ​ດັ່ງ​ຟ້າ­ແມບ!

ບາງຄັ້ງຊາວອິສະລາເອນຄິດເຖິງຟ້າຜ່າຄືລູກສອນທີ່ພຣະເຈົ້າຍິງ.

ຈະ​ເປົ່າ​ແກ

ສຽງແກແມ່ນເຂົາຂອງແກະ. ປະຊາຊົນຈະເປົ່າມັນເພື່ອໃຫ້ສັນຍານໃນການສູ້ຮົບ ແລະໃນໂອກາດອື່ນໆ.

ໄປຂ້າງຫນ້າດ້ວຍພາຍຸຈາກເທມານ

ບາງຄັ້ງຊາວອິສະຣາເອນຄິດເຖິງພຣະເຈົ້າກຳລັງເດີນທາງໄປໃນພາຍຸຮຸນແຮງທີ່ມາຈາກທາງທິດໃຕ້.

​ຈະ​ເຜົາໄຫມ້

ອາດແປໄດ້ອີກວ່າ: "ຈະເອົາຊະນະຢ່າງສົມບູນ" (ເບິ່ງ: rc://*/ta/man/translate/figs-metaphor)

ເອົາຊະນະດ້ວຍກ້ອນຫີນຂອງສະລິງທັງຫມົດ

ຊາວອິສະຣາເອນຈະເອົາຊະນະພວກທະຫານທີ່ຕໍ່ສູ້ດ້ວຍການຍິງສະລິງ. ທະຫານເຫລົ່ານີ້ເປັນຕົວແທນຂອງສັດຕຣູທັງຫມົດຂອງອິສະຣາເອນ, ບໍ່ວ່າພວກເຂົາຈະຖືອາວຸດໃດໆກໍ່ຕາມ. (ເບິ່ງ: rc://*/ta/man/translate/figs-metonymy)

ຈາກນັ້ນ ພວກເຂົາ​ຈະ​ດື່ມ​​ແລະ​ໂຫ່ຮ້ອງເຫມືອນຄົນເມົາຫລົ້າ​ອະ­ງຸ່ນ

ອາດແປໄດ້ອີກວ່າ: "ພວກເຂົາຈະຮ້ອງ ແລະຊົມເຊີຍຊັຍຊະນະຂອງພວກເຂົາດັງໆ ຄືກັບວ່າພວກເຂົາເມົາເຫລົ້າ." (ເບິ່ງ: rc://*/ta/man/translate/figs-simile)

ພວກເຂົາຈະຖືກ​ເຕີມ​ຄືຈອກເຫລົ້າອະງຸ່ນທັງຫລາຍ

ນີ້ອາດຫມາຍເຖິງໂຖທີ່ພວກປະໂລຫິດໃຊ້ໃນການເອົາເລືອດສັດໄປແທ່ນບູຊາ. ອາດແປໄດ້ອີກວ່າ: "ພວກເຂົາຈະເຕັມໄປດ້ວຍເຫລົ້າອະງຸ່ນຄືກັບອ່າງທີ່ປະໂລຫິດນຳເລືອດໄປສູ່ແທ່ນບູຊາ"

ຄືກັບມູມແຈທັງຫລາຍຂອງ​ແທ່ນ​ບູ­ຊາ

ແທ່ນບູຊາມີມູມແຈຢູ່ບ່ອນທີ່ມີການເກັບເລືອດຂອງສັດ. ອາດແປໄດ້ອີກວ່າ: "ມຸມແຈຂອງແທ່ນບູຊາເຕັມໄປດ້ວຍເລືອດ"