lo_tn/zec/09/09.md

3.7 KiB

ຈົ່ງ​ຮ້ອງດ້ວຍຄວາມຊຶ່ນຊົມຍິນດີຢ່າງຍິ່ງ! ລູກ­ສາວ​ແຫ່ງຊີໂອນເອີຍ! ຈົ່ງໂຮ່ຮ້ອງດ້ວຍຄວາມຊື່ນຊົມຍິນດີ​ ລູກສາວແຫ່ງເຢ­ຣູ­ຊາ­ເລັມ​ເອີຍ!

ສຳນວນທັງສອງນີ້ມີຄວາມຫມາຍດຽວກັນ ແລະເພີ່ມທະວີຄຳສັ່ງໃຫ້ປິຕິຍິນດີ. (ເບິ່ງ: rc://*/ta/man/translate/figs-parallelism)

ລູກ­ສາວ​ແຫ່ງຊີໂອນເອີຍ...ລູກສາວແຫ່ງເຢ­ຣູ­ຊາ­ເລັມ​ເອີຍ

"ຊີໂອນ" ແມ່ນຄືກັນກັບ "ເຢຣູຊາເລັມ." ຜູ້ປະກາດພຣະທັມກ່າວເຖິງເມືອງຄືກັບວ່າມັນເປັນລູກສາວ. ເບິ່ງວິທີທີ່ທ່ານແປ "ລູກສາວຂອງຊີໂອນ" ໃນ 2:10.

ເທິງຫລັງ​ລວາ, ເທິງຫລັງລູກລວາໂຕຫນຶ່ງ

ສຳນວນສອງນີ້ຫມາຍຄວາມວ່າໂດຍພື້ນຖານແລ້ວ ແມ່ນສິ່ງດຽວກັນແລະອ້າງອີງເຖິງສັດຊະນິດຫນຶ່ງ. ສຳນວນທັງສອງໃຫ້ຄວາມກະຈ່າງແຈ້ງວ່ານີ້ແມ່ນລາຕົວນ້ອຍ. ອາດແປໄດ້ອີກວ່າ: "ກ່ຽວກັບລວາຫນຸ່ມ." (ເບິ່ງ: rc://*/ta/man/translate/figs-doublet)

ກຳຈັດອອກຈາກການສູ້ຮົບໃນສົງ­ຄາມ

ອາດແປໄດ້ອີກວ່າ: "ທຳລາຍຣົດຮົບໃນອິສະຣາເອນທີ່ໃຊ້ສຳລັບການສູ້ຮົບ"

ມ້າ​ອອກຈາກນະຄອນ​ເຢ­ຣູ­ຊາ­ເລັມ

ອາດແປໄດ້ອີກວ່າ: "ມ້າໃນເມືອງເຢ­ຣູ­ຊາ­ເລັມ"

ທະ­ນູ​ຖືກກຳຈັດອອກຈາກການສູ້ຮົບສົງ­ຄາມ

ໃນທີ່ນີ້ທະ­ນູແມ່ນຕົວແທນຂອງອາວຸດທຸກຊະນິດທີ່ໃຊ້ໃນການສູ້ຮົບ. ອາດແປໄດ້ອີກວ່າ: "ອາວຸດສົງຄາມທຸກຊະນິດຈະຖືກທຳລາຍ" (ເບິ່ງ: rc://*/ta/man/translate/figs-synecdoche)

ເພາະ​ພຣະ­ອົງ​ຈະ​ປະ­ກາດ​ສັນ­ຕິ­ສຸກ​ແກ່​ບັນດາປະຊາ­ຊາດ

ນີ້ແມ່ນການປະກາດສັນຕິພາບ ເປັນການສະແດງເຖິງການສ້າງສັນຕິພາບ. ອາດແປໄດ້ອີກວ່າ: "ສຳລັບກະສັດຂອງທ່ານຈະນຳຄວາມສະຫງົບສຸກມາສູ່ປະຊາຊາດ" (ເບິ່ງ: rc://*/ta/man/translate/figs-synecdoche)

ການປົກ​ຄອງ​ຂອງພຣະອົງ ຈະເລີ່ມຈາກ​ທະ­ເລ​ນີ້​ໄປ​ເຖິງ​ທະ­ເລ​ນັ້ນ, ແລະ​ຈາກ​ແມ່­ນ້ຳ​ນັ້ນ​ໄປ​ເຖິງ​ສຸດ​ປາຍ​ແຜ່ນ­ດິນ­ໂລກ

"ອານາຈັກຂອງພຣະອົງຈະຢູ່ທົ່ວແຜ່ນດິນໂລກ!" (ເບິ່ງ: rc://*/ta/man/translate/figs-doublet)