lo_tn/zec/09/05.md

1.8 KiB

ຈະເຫັນ

"ຈະເຫັນເມືອງຕີ­ເຣຖືກທຳລາຍ"

ຄົນແປກຫນ້າຈະໃຊ້​ເມືອງ​ອາຊະ­ໂດດ

ອາດແປໄດ້ອີກວ່າ: "ຄົນຕ່າງປະເທດຈະເຂົ້າຢຶດເມືອງອາຊະ­ໂດດ ແລະອາສັຍຢູ່ທີ່ນັ້ນ"

ເຮົາ​ຈະ​ກຳຈັດ​ຄວາມ​ຈອງຫອງ​ຂອງ​ຄົນ​ຟີ­ລິ­ສະ­ຕິນ

ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ພວກຟີລິສະຕິນມີຄວາມພູມໃຈໃນຕົວເອງບໍ່ໄດ້ອີກຕໍ່ໄປ"

ເຮົາ​ຈະ​ກຳຈັດ​ເລືອດ​ຂອງ​ພວກ­ເຂົາ​ອອກ​ມາ​ຈາກ​ປາກທັງຫລາຍຂອງພວກເຂົາ ແລະ​ເອົາ​ຄວາມກຽດຊັງ​ອອກ​ໄປ​ຈາກ​ຫວ່າງ​ແຂ້ວ​ຂອງ​ພວກ­ເຂົາ

ສິ່ງເຫລົ່ານີ້ຫມາຍເຖິງຊີ້ນທີ່ມີເລືອດ, ແລະຊີ້ນທີ່ນຳມາບູຊາແກ່ຮູບເຄົາຣົບ. ເຮັດໃຫ້ສິ່ງນີ້ມີຄວາມຊັດເຈນ. ອາດແປໄດ້ອີກວ່າ: "ເຮົາຈະບໍ່ຍອມໃຫ້ພວກເຂົາກິນຊີ້ນທີ່ຍັງມີເລືອດຢູ່ໃນນັ້ນອີກຕໍ່ໄປ, ແລະເຮົາຈະຫ້າມພວກເຂົາກິນອາຫານທີ່ພວກເຂົານຳຖວາຍບູຊາຮູບປັ້ນ" (ເບິ່ງ: rc://*/ta/man/translate/figs-explicit)