lo_tn/zec/09/03.md

1.9 KiB

ສ້າງ​ກຳແພງເມືອງທີ່ແຂງແຮງ​ສຳ­ລັບ​ຕົນເອງ

ທີ່ນີ້ເມືອງຕີ­ເຣມີຮູບເປັນເຫມືອນຜູ້ຍິງ. ອາດແປໄດ້ອີກວ່າ: "ສ້າງປ້ອມປ້ອງກັນທີ່ເຂັ້ມແຂງ" ຫລື "ສ້າງກຳແພງສູງ" (ເບິ່ງ: rc://*/ta/man/translate/figs-personification)

​ສະ­ສົມ​ເງິນ​ໄວ້​ເປັນ​ຈຳນວນຫລວງຫລາຍເຫມືອນ​ຂີ້­ຝຸ່ນ ແລະ​ຄຳ​ບໍຣິ­ສຸດເຫມືອນກັບ​ຂີ້­ຕົມ​ຕາມ​ຖະ­ຫນົນ​ທັງຫລາຍ

ອາດແປໄດ້ອີກວ່າ: "ສະສົມເງິນ ແລະຄຳຫລາຍເທົ່າກັບດິນໃນຖະຫນົນ" (ເບິ່ງ: rc://*/ta/man/translate/figs-hyperbole)

ຣະວັງ! ອົງ­ພຣະຜູ້ເປັນເຈົ້າຈະຢຶດ​ຊັບ­ສິນ​ຂອງນາງ

ອາດແປໄດ້ອີກວ່າ: "ຈົ່ງເອົາໃຈໃສ່! ພຣະຜູ້ເປັນເຈົ້າຈະຢຶດເອົາຊັບສິນຂອງເມືອງຕີ­ເຣໄປ"

ທຳລາຍຄວາມເຂັ້ມແຂງຂອງນາງ​ລົງ​ໄປ​ໃນ​ນ້ຳ​ທະ­ເລ

ອາດແປໄດ້ອີກວ່າ: "ແລະທຳລາຍເຮືອຂອງຕີ­ເຣທີ່ຄົນສູ້ຮົບເທິງທະເລ" (ເບິ່ງ: rc://*/ta/man/translate/figs-synecdoche)

ດັ່ງນັ້ນເມືອງນີ້ຈະຖືກເຜົາໄຫມ້ດ້ວຍໄຟ

ອາດແປໄດ້ອີກວ່າ: "ແລະຈູດເມືອງໃຫ້ລົງກັບພື້ນດິນ"