lo_tn/zec/07/04.md

4.5 KiB

​ໃນ​ເດືອນ​ທີ​ຫ້າ

ອາດແປໄດ້ອີກວ່າ: "ໃນເດືອນຫ້າ" (ເບິ່ງ: [[rc:///ta/man/translate/translate-ordinal]] and [[rc:///ta/man/translate/figs-ellipsis]])

​ເດືອນ​ທີ​ເຈັດ

ຊາວຢິວມີຄວາມໂສກເສົ້າໃນຊ່ວງເດືອນເຈັດຂອງເດືອນຕາມປະຕິທິນເຮັບເຣີ ເພາະວ່າໃນເດືອນນີ້ຊາວຢິວທີ່ຍັງເຫລືອຢູ່ໃນນະຄອນເຢຣູຊາເລັມ ໄດ້ຫນີໄປເອຢິບຫລັງຈາກການປຣະຫານກີເດໂອນ, ຜູ້ທີ່ກະສັດບາບີໂລນແຕ່ງຕັ້ງໃຫ້ເປັນຜູ້ປົກຄອງຢູດາ. ເດືອນເຈັດແມ່ນໃນຊ່ວງສຸດທ້າຍຂອງເດືອນກັນຍາ ແລະຕົ້ນເດືອນຕຸລາຕາມປະຕິທິນຕາເວັນຕົກ. (ເບິ່ງ: [[rc:///ta/man/translate/translate-hebrewmonths]] ແລະ [[rc:///ta/man/translate/translate-ordinal]])

ເປັນເວລາດົນເຖິງເຈັດ​ສິບ​ປີ​

ປະຊາຊົນອິສະຣາເອນເຄີຍຕົກເປັນຊະເລີຍຢູ່ບາບີໂລນເປັນເວລາ 70 ປີ. (ເບິ່ງ: rc://*/ta/man/translate/translate-numbers)

ເມື່ອພວກ​ເຈົ້າ​ໄດ້​ກິນ ແລະດື່ມ

ປະໂຫຍກນີ້ຫມາຍເຖິງເວລາທີ່ພວກເຂົາໄດ້ກິນ ແລະດື່ມໃນງານລ້ຽງເພື່ອໃຫ້ກຽຕແກ່ສິ່ງທີ່ພຣະຢາເວຊົງຈັດຫາໃຫ້ສຳລັບພວກເຂົາ. (ເບິ່ງ: rc://*/ta/man/translate/figs-explicit)

ພວກ​ເຈົ້າ​ໄດ້​ອົດອາຫານເພື່ອເຮົາແທ້ຫລື​ບໍ?

ຄຳຖາມນີ້ຖືກໃຊ້ເພື່ອກ່າວໂທດປະຊາຊົນອິສະຣາເອນທີ່ບໍ່ໃຫ້ກຽຕ ພຣະຢາເວໃນເວລາທີ່ພວກເຂົາຖືສິນອົດເຂົ້າ. ອາດແປໄດ້ອີກວ່າ: "ເຈົ້າບໍ່ໃຫ້ກຽຕເຮົາຢ່າງໄວ" (ເບິ່ງ: rc://*/ta/man/translate/figs-rquestion)

ພວກເຈົ້າໄດ້ກິນ ແລະດື່ມ​ເພື່ອ​ຕົວ​ຂອງ​ເຈົ້າ​ເອງຫລື?

ຄຳຖາມນີ້ແມ່ນໃຊ້ໃນການກ່າວໂທດຊາວອິສະຣາເອນຜູ້ທີ່ສະຫລອງເທສະການງານລ້ຽງ ເພາະບໍ່ໄດ້ເຄົາຣົບພຣະເຈົ້າດ້ວຍການຊື່ນຊົມຂອງພວກເຂົາ. ອາດແປໄດ້ອີກວ່າ: "ມັນແມ່ນສຳລັບຕົວທ່ານເອງທີ່ທ່ານໄດ້ກິນ ແລະດື່ມ" (ເບິ່ງ: rc://*/ta/man/translate/figs-rquestion)

ພຣະຢາເວໄດ້ປະ­ກາດ ໂດຍຜ່ານປາກຂອງຜູ້ປະກາດພຣະ­ທັມຮຸ້ນກ່ອນໆ

ເຊຄາຣິຢາຫມາຍເຖິງອະດີດຜູ້ປະກາດພຣະທັມ ໂດຍອ້າງອີງໃສ່ສ່ວນຂອງຮ່າງກາຍຂອງພວກເຂົາ ທີ່ກ່າວເຖິງຖ້ອຍຄຳຂອງພຣະຢາເວ. ອາດແປໄດ້ອີກວ່າ: "ພຣະຢາເວປະກາດຜ່ານອະດີດຜູ້ປະກາດພຣະທັມ" (ເບິ່ງ: rc://*/ta/man/translate/figs-synecdoche)

ຖ້ອຍຄຳເຫລົ່ານີ້ບໍ່ຄືກັນກັບ...ທາງທິດຕາເວັກຕົກບໍ?

ຄຳຖາມນີ້ສາມາດຂຽນເປັນຂໍ້ຄວາມ. "ນີ້ແມ່ນຄຳດຽວກັນແທ້ໆ ... ທາງທິດຕາເວັນຕົກ." (ເບິ່ງ: rc://*/ta/man/translate/figs-rquestion)

ໄດ້ຢູ່

"ອາສັຍຢູ່ໃນ"

ເຂດທົ່ງພຽງ

ນີ້ແມ່ນເນີນພູນ້ອຍໆທີ່ຢູ່ກ່ອນທີ່ທ່ານຈະໄປຮອດພູ.