lo_tn/zec/06/12.md

1.7 KiB

ຈົ່ງເວົ້າກັບເຂົາ ແລະກ່າວວ່າ

ອາດແປໄດ້ອີກວ່າ: "ພຣະຢາເວບອກເທວະດາໃຫ້ເວົ້າກັບເຊຄາຣິຢາແລະກ່າວວ່າ"

ມີ​ຊື່­ວ່າ​ ­ກິ່ງ!

ເທວະດາຂອງພຣະຢາເວຕັ້ງຊື່ນີ້ໃຫ້ກະສັດໂຢຊວຍຄົນໃຫມ່. ແປຊື່ນີ້ຕາມທີ່ທ່ານແປໃນ 3: 8.

ເຂົາຈະເຕີບໂຕ

ປະໂຫຍກທີ່ວ່າ "ເຕີບໂຕ" ແມ່ນຮູບພາບຄຳເວົ້າຂອງກິ່ງເລີ່ມຕົ້ນທີ່ຈະງອກອອກ. ອາດແປໄດ້ອີກວ່າ: "ລາວຈະງອກອອກ"

ຈະ​ໄດ້­ຮັບ​ສະຫງ່າຣາສີອັນຍິ່ງໃຫຍ່ຂອງມັນ

ຄວາມຫມາຍທີ່ເປັນໄປໄດ້: 1) "ເພີ່ມສະຫງ່າຣາສີຂອງພຣະວິຫານ" ຫລື 2) "ຍົກຂຶ້ນ ແລະໃສ່ເຄື່ອງປະດັບຂອງພຣະວິຫານ ສຳລັບຕົນເອງເຫມືອນກັບຄົນອາດຈະໃສ່ເສື້ອຜ້າ"

ຄວາມເຂົ້າໃຈແຫ່ງ​ສັນ­ຕິ​ສຸກຈະ​ມີ​ຢູ່​ລະ­ຫວ່າງ​​ສອງຝ່າຍ

ອາດແປໄດ້ອີກວ່າ: "ບົດບາດຂອງກະສັດ ແລະປະໂລຫິດຂອງລາວຈະພ້ອມພຽງກັນ" (ເບິ່ງ: rc://*/ta/man/translate/figs-explicit)