lo_tn/zec/02/03.md

2.2 KiB

ເທວະດາອີກອົງຫນຶ່ງໄດ້ອອກໄປພົບລາວ

ເທວະດານີ້ແມ່ນຄົນໃຫມ່ ແລະບໍ່ໄດ້ປະກົດຕົວມາກ່ອນ, ແລະດັ່ງນັ້ນຄວນໄດ້ຮັບການແນະນຳຢ່າງຈະແຈ້ງໃນຖານະເປັນຜູ້ເຂົ້າຮ່ວມໃຫມ່. ອາດແປໄດ້ອີກວ່າ: "ເທວະດາອົງໃຫມ່ອອກໄປພົບລາວ"

ເທວະດາອົງທີສອງໄດ້ເວົ້າກັບເຂົາວ່າ, “ຈົ່ງ​ແລ່ນ​ໄປ ແລະເວົ້າ­ກັບ​ຄົນຫນຸ່ມ​ຄົນ​ນັ້ນ“

"ເທວະດາອົງທີສອງເວົ້າກັບເທວະດາທີ່ໄດ້ເວົ້າກັບຊາຄາຣີຢາວ່າ, 'ຈົ່ງຮີບໄປບອກຊາຍຄົນນັ້ນດ້ວຍເຊືອກວັດແທກ'"

ນະຄອນ​ເຢ­ຣູ­ຊາ­ເລັມຈະນັ່ງຢູ່ໃນຊົນນະບົດທີ່ໂລ່ງກວ້າງ

ປະໂຫຍກນີ້ຫມາຍຄວາມວ່າເຢຣູຊາເລັມຈະບໍ່ຖືກປິດລ້ອມດ້ວຍກຳແພງ.

​ເປັນເຫມືອນ​ກຳ­ແພງ​ແປວ­ໄຟ​ອ້ອມ​ເມືອງ​ນັ້ນໄວ້

ພຣະຢາເວກຳລັງກ່າວວ່າພຣະອົງຈະປົກປ້ອງເມືອງເຢຣູຊາເລັມແລະປຽບທຽບການປ້ອງກັນຂອງພຣະອົງກັບກຳແພງໄຟ (ເບິ່ງ: rc://*/ta/man/translate/figs-metaphor)

ນີ້ເປັນຄຳປະກາດຂອງພຣະ­ຢາເວ

ປະໂຫຍກນີ້ມັກຈະຖືກແປເປັນ "ພຣະຢາເວໄດ້ຊົງກ່າວ". ທ່ານສາມາດແປແນວຄວາມຄິດນີ້ໄດ້ວິທີທີ່ດີທີ່ສຸດໃນພາສາຂອງທ່ານ. ສຳນວນນີ້ຖືກໃຊ້ຫລາຍໃນຊ່ວງເຊຄາຣິຢາ.