lo_tn/zec/01/16.md

2.7 KiB
Raw Permalink Blame History

ເຮົາ​ໄດ້​ກັບ​ມາ​ຍັງນະຄອນເຢ­ຣູ­ຊາ­ເລັມ​ດ້ວຍ​ຄວາມ​ເມດ­ຕາ

ການກັບມາທີ່ເຢ­ຣູ­ຊາ­ເລັມຫມາຍເຖິງການເບິ່ງແຍງປະຊາຊົນອິສະຣາເອນອີກເທື່ອຫນຶ່ງ ຄືກັບກະສັດທິ່ກັບມານຳພາປະຊາຊົນຂອງພະອົງອອກຈາກຄວາມທຸກຈົນ. (ເບິ່ງ: rc://*/ta/man/translate/figs-metaphor)

ພຣະ­ວິ­ຫານຂອງເຮົາຈະຖືກສ້າງໃນນັ້ນ

ອາດຈະແປໄດ້ອີກວ່າ: "ພຣະວິຫານຂອງພຣະອົງຈະຖືກສ້າງໃນນະຄອນເຢ­ຣູ­ຊາ­ເລັມ"

ນີ້ຄືຄຳປະກາດຂອງພຣະຢາເວຈອມໂຍທາ​​

ສຳນວນນີ້ ຈະຖືກແປວ່າ "ພຣະຢາເວຊົງກ່າວວ່າ." ທ່ານສາມາດແປແນວຄວາມຄິດນີ້ໄດ້ ວ່າວິທີການໃດທີ່ດີທີ່ສຸດໃນພາສາຂອງທ່ານ. ສຳນວນນີ້ໃຊ້ຫລາຍເທື່ອໃນເຊຄາຣິຢາ

ເຊືອກວັດຈະຖືກຄຶງ​​ອອກເຫນືອນະຄອນ​ເຢ­ຣູ­ຊາ­ເລັມ!

ອາດຈະແປຫມາຍຄວາມໄດ້ອີກ: "ນະຄອນ​ເຢ­ຣູ­ຊາ­ເລັມຈະຖືກສຳຫລວດກ່ອນການກໍ່ສ້າງໃຫມ່"

ເມືອງ​ທັງຫລາຍ​ຂອງ​ເຮົາ​ຈະເຕັມລົ້ນໄປດ້ວຍຄວາມດີງາມອີກຄັ້ງ

ພຣະຢາເວຊົງກ່າວສິ່ງດີໆ ທີ່ພຣະອົງຊົງຈະເຮັດເພື່ອຄົນອິສະຣາເອນເຫມືອນຂອງເຫລວທີ່ສາມາດເຕີມເຕັມເມືອງ ແລະໄຫລຜ່ານກຳແພງ. ອາດແປໄດ້ອີກວ່າ: "ເມືອງທັງຫລາຍຂອງອິສະຣາເອນຈະຮຸ່ງເຮືອງອີກຄັ້ງ" (ເບິ່ງ: rc://*/ta/man/translate/figs-metaphor)

ພຣະຢາເວຈະຊົງມາເລົ້າໂລມຈິດໃຈຊີໂອນອີກຄັ້ງ

ອາດຈະແປຫມາຍຄວາມໄດ້ອີກ: ພຣະຢາເວຈະໃຫ້ກຳລັງໃຈແກ່ປະຊາຊົນອິສະຣາເອນ (See: rc://*/ta/man/translate/figs-metonymy)