lo_tn/zec/01/04.md

3.8 KiB

ຮ້ອງໃຫ້ອອກມາ

ຮ້ອງສຽງດັງ

ຫັນຈາກ

ປ່ຽນແປງ

ແຕ່ພວກເຂົາບໍ່ໄດ້ຍິນ ແລະບໍ່ໄດ້ສົນໃຈເຮົາ

ທັງສອງປະໂຫຍກນີ້: ຫມາຍຄວາມວ່າປະຊາຊົນຂອງອິສະຣາເອນຈະບໍ່ເຊື່ອຟັງຄຳສັ່ງຂອງພຣະຢາເວ. ສາມາດແປຄວາມຫມາຍໄດ້ອີກ: ແຕ່ພວກເຂົາຈະບໍ່ຍອມຟັງຄຳສັ່ງຂອງພຣະອົງ (ເບິ່ງ: rc://*/ta/man/translate/figs-parallelism)

ນີ້ເປັນຄຳປະກາດຂອງພຣະຢາເວ

ສຳນວນນີ້ມັກຈະຖືກແປເປັນ "ພຣະຢາເວໄດ້ຊົງກ່າວ" ທ່ານສາມາດແປແນວຄວາມຄິດນີ້ໄດ້ວິທີທີ່ດີທີ່ສຸດໃນພາສາຂອງທ່ານ. ປະໂຫຍກນີ້ຖືກໃຊ້ຫລາຍໃນຊ່ວງເຊກາຣິຢາ.

ພວກບັນພະບຸຣຸດຂອງພວກເຈົ້າຢູ່ໃສ? ພວກຜູ້ປະກາດພຣະທັມຢູ່ໃສ, ພວກເຂົາຢູ່ທີ່ນີ້ຕະຫລອດໄປເປັນນິດບໍ?

ຄຳຖາມທັງສອງນີ້ຈະຊີ້ໃຫ້ເຫັນຄວາມຈິງທີ່ວ່າຄົນຕາຍໄປແລ້ວ. ສາມາດແປຄວາມຫມາຍໄດ້ອີກ: "ບັນພະບຸຣຸດຂອງພວກເຈົ້າເສຍຊີວິດແລ້ວ. ຜູ້ປະກາດພຣະທັມຈະຕາຍກໍເຊັ່ນກັນ." (ເບິ່ງ: rc://*/ta/man/translate/figs-rquestion)

ແຕ່​ຖ້ອຍ­ຄຳຂອງເຮົາ ແລະ ​​ບັນຍັດ​ທັງ­ຫລາຍ​ຂອງ​ເຮົາ​ທີ່​ເຮົາ ໄດ້​ບັນຊາ ແກ່ພວກ​ຜູ້­ປະ­ກາດພຣະ­ທັມທັງຫລາຍຂອງເຮົາ, ກໍໄດ້ຕາມທັນພວກ​ບັນ­ພະ­ບຸຣຸດ​ຂອງ​ພວກ​ເຈົ້າ​ບໍ່​ແມ່ນ​ບໍ?

ຄຳຖາມນີ້ໃຊ້ເພື່ອສະແດງໃຫ້ຄົນອິສະຣາເອນເຫັນວ່າທຸກສິ່ງທີ່ພຣະຜູ້ເປັນເຈົ້າໄດ້ບອກຜູ້ປະກາດພຣະທັມຂອງພຣະອົງ ເພື່ອເຕືອນບັນພະ­ບຸຣຸດຂອງພວກເຂົາ, ໄດ້ເກີດຂຶ້ນແລ້ວ. (ເບິ່ງ: rc://*/ta/man/translate/figs-rquestion)

ຖ້ອຍ­ຄຳຂອງເຮົາ ແລະຂໍ້​ບັນຍັດ​ທັງ­ຫລາຍ​ຂອງ​ເຮົາ

ທັງສອງວິທີນີ້ຫມາຍເຖິງສິ່ງທີ່ພຣະເຈົ້າໄດ້ຊົງກ່າວກັບຜູ້ປະກາດພຣະທັມ. (ເບິ່ງ: rc://*/ta/man/translate/figs-doublet)

ຕາມທັນພວກ​ບັນ­ພະ­ບຸຣຸດ​ຂອງ​ພວກ​ເຈົ້າ

ພຣະຢາເວຊົງກ່າວກ່ຽວກັບຄຳທຳນວາຍຂອງພຣະອົງ ເຫມືອນກຳລັງໄລ່ລ່າບັນພະ­ບຸຣຸດຂອງປະຊາຊົນອິສະຣາເອນ. ຄຳວ່າ "ຕາມທັນ" ຫມາຍຄວາມວ່າ ຜ່ານໄປແລ້ວ. (ເບິ່ງ: rc://*/ta/man/translate/figs-doublet)

ຕາມທາງ ແລະການກະທຳ

ພຶຕິກັມ ແລະການກະທຳຂອງພວກເຮົາ