lo_tn/zec/01/01.md

3.2 KiB

ໃນ​ເດືອນ​ທີ​ແປດ

ນີ້ແມ່ນເດືອນແປດຂອງປະຕິທິນເຮີບເຣີ. ມັນແມ່ນຊ່ວງທ້າຍເດືອນຕຸລາ ແລະຕົ້ນເດືອນພະຈິກຕາມປະຕິທິນຕາເວັນຕົກ(ເບິ່ງ: [[rc:///ta/man/translate/translate-hebrewmonths]] ແລະ [[rc:///ta/man/translate/translate-ordinal]])

ປີ​ທີ​ສອງແຫ່ງ​ຣາ­ຊະ­ການ​ຂອງດາ­ຣິ­ອຸດ

ປີທິສອງນັບແຕ່ດາຣິອຸດເປັນກະສັດ(ເບິ່ງ: rc://*/ta/man/translate/translate-ordinal)

ຖ້ອຍຄໍາ​ຂອງ​ພຣະ­ຢາເວ​ມາ​ເຖິງ

"ພຣະຢາເວກ່າວຖ້ອຍຄຳຂອງພຣະອົງ" (ເບິ່ງ: rc://*/ta/man/translate/figs-idiom)

ພຣະ­ຢາເວ​

ນີ້ເປັນຊື່ຂອງພຣະເຈົ້າທີ່ພຣະອົງໄດ້ສແດງແກ່ປະຊາຊົນຂອງພຣະອົງໃນພັນທະສັນຍາເດີມ. ເບີ່ງຄຳສັບທີ່ແປໃນຫນ້າພຣະຢາເວ ຊຶ່ງກ່ຽວຂ້ອງກັບການແປນີ້.

​ເບ­ເຣ­ກີ­ຢາ...ແຫ່ງອິດ­ໂດ

ນີ້ແມ່ນຊື່ຂອງຜູ້ຊາຍ (ເບິ່ງ: rc://*/ta/man/translate/translate-names)

ໂມໂຫຮ້າຍ​ຕໍ່​ບັນ­ພະ­ບຸ­ຣຸດ​ຂອງ​ພວກ​ເຈົ້າຢ່າງຍິ່ງ

"ໃຈຮ້າຍແຮງກັບບັນພະບຸຣຸດຂອງພວກເຈົ້າ"

ຈົ່ງຫັນມາຫາເຮົາ

ຄຳນີ້ " ຫັນ" ເພື່ອອ້າງອີງການປ່ຽນແປງ, ພຣະຢາເວຊົງບອກປະຊາຊົນຂອງອິສະຣາເອນໃຫ້ປ່ຽນຈາກບໍ່ເຊື່ອຟັງພຣະອົງເປັນການເຊື່ອຟັງ. (ເບິ່ງ: rc://*/ta/man/translate/figs-idiom)

ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ

ສຳນວນນີ້ ຈະຖືກແປວ່າ "ພຣະຢາເວຊົງກ່າວວ່າ" ທ່ານສາມາດແປແນວຄວາມຄິດນີ້ໄດ້ ວິທີການໃດທີ່ດີທີ່ສຸດໃນພາສາຂອງທ່ານ. ສຳນວນນີ້ໃຊ້ຫລາຍເທື່ອໃນເຊກາຣິຢາ

ເຮົາ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ

ໂດຍບອກວ່າພຣະອົງຈະກັບໄປຫາຄົນອິສະຣາເອນ, ພຣະຢາເວກຳລັງຊົງກ່າວສິ່ງດີໆເກີດຂຶ້ນ ເພາະວ່າພຣະອົງໄດ້ຊ່ວຍພວກເຂົາ. ອາດແປຄວາມຫມາຍໄດ້ອີກວ່າ: "ພຣະອົງຈະອວຍພຣະພອນພວກເຈົ້າ"(ເບິ່ງ: rc://*/ta/man/translate/figs-explicit)