lo_tn/tit/03/01.md

2.1 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລຍັງຄົງໃຫ້ຄຳແນະນຳແກ່ຕີໂຕເຖິງວິທີສອນຜູ້ອາວຸໂສ ແລະຄົນທີ່ຢູ່ໃຕ້ການເບິ່ງແຍງຂອງເຂົາໃນພຣະຄຣິດ

ຈົ່ງເຕືອນພວກເຂົາ

"ບອກຄົນຂອງເຮົາໃນສິ່ງທີ່ພວກເຂົາຮູ້ແລ້ວອີກຄັ້ງ" ຫລື "ເຕືອນຕໍ່ໄປ"

ໃຫ້ຍອມຈຳນົນຕໍ່ຜູ້ປົກຄອງ ແລະ ຜູ້ມີອຳນາດທັງຫລາຍ ໃຫ້ເຂົາເຊື່ອຟັງຄົນເຫລົ່ານັ້ນ.

"ເຮັດຕາມຜູ້ທີ່ຜູ້ປົກຄອງທາງການເມືອງ ແລະຣັດຖະບານຜູ້ມີອຳນາດບອກໂດຍການເຊື່ອຟັງພວກເຂົາ"

ຜູ້ປົກຄອງ ແລະຜູ້ມີອຳນາດທັງຫລາຍ.

"ຄຳເຫລົ່ານີ້ມີຄວາມໝາຍທີ່ຄ້າຍຄືກັນ ແລະໃຊ້ຮ່ວມກັນເພື່ອລວມເຖິງທຸກຄົນທີ່ຖື ອຳນາດໃນຣັດຖະບານ"

ພ້ອມທີ່ຈະກະທຳສິ່ງດີທຸກປະການ

"ຈົ່ງຕຽມພ້ອມທີ່ຈະກະທຳສິ່ງດີເມື່ອມີໂອກາດ"

ໃສ່ຮ້າຍປ້າຍສີຜູ້ອື່ນ

"ເວົ້າໃນສິ່ງທີ່ຊົ່ວຮ້າຍ"

ຍອມໃຫ້ຜູ້ອື່ນເຮັດຕາມວິທີການຂອງຕົນ

ເມື່ອຄວາມມັກ ສ່ວນບຸກຄົນບໍ່ໄດ້ເປັນບາບ ໂປໂລໃຫ້ຄຳແນະນຳເຫລົ່າຜູ້ເຊື່ອໃຫ້ເຮັດສິ່ງຕ່າງໆຕາມທີ່ຄົນອື່ນມັກເຮັດໃນສິ່ງນັ້ນ