lo_tn/tit/01/10.md

2.3 KiB

ຂໍ້​ມູນ​ເຊື່ອມ​ຕໍ່:

ເນື່ອງຈາກຜູ້ທີ່ຕໍ່ຕ້ານຖອ້ຍຄຳຂອງພຣະເຈົ້າໂປໂລຈຶ່ງໃຫ້ເຫດຜົນໃນການເທສະໜາພຣະຄັມຂອງພຣະເຈົ້າ ແກ່ຕີໂຕແລະເຕືອນເຂົາໃຫ້ຮູ້ກ່ຽວກັບຄຣູສອນປອມ.

ຜູ້ທີ່ບໍ່ເຊື່ອຟັງ

ຄົນພວກນີ້ເປັນຄົນທີ່ບໍ່ເຊື່ອຟັງ ແລະຫລອກລວງຄົນອື່ນໃຫ້ຫລົງຜິດ.

ໂດຍສະເພາະພວກທີ່ເຂົ້າພິທີຕັດ

ນີ້ໝາຍເຖິງຄຣິສະຕຽນຊາວຢິວທີ່ສອນວ່າຕ້ອງເຂົ້າພິທີຕັດໃນການຕິດຕາມພຣະເຢຊູ (ເບິ່ງ: rc://*/ta/man/translate/figs-metonymy)

ຄຳເວົ້າຂອງຄົນເຫລົ່ານີ້ນັບວ່າບໍ່ມີຄ່າ

"ຄຳເວົ້າຂອງຄົນເຫລົ່ານີ້ນັບວ່າບໍ່ມີປະໂຫຍດກັບໃຜເລີຍ"

ຈຶ່ງຈຳເປັນຢ່າງຍິ່ງທີ່ຈະຕ້ອງຂັດຂວາງພວກເຂົາ

"ພວກເຂົາຕ້ອງຖືກຂັດຂວາງບໍ່ໃຫ້ແຜ່ກະຈາຍຄຳສອນຂອງພວກເຂົາ" ຫລື "ຕ້ອງຢຸດພວກເຂົາບໍ່ໃຫ້ມີອິດທິພົນຕໍ່ຄົນອື່ນດ້ວຍຄຳເວົ້າຂອງພວກເຂົາ"

ໃນສິ່ງທີ່ບໍ່ຄວນຈະສອນ

ສິ່ງທີ່ບໍ່ເໝາະສົມໃນການສອນກ່ຽວກັບພຣະເຢຊູຄຣິດແລະກົດບັນຍັດ.

ເພື່ອຜົນປະໂຫຍດອັນໜ້າລະອາຍ

ນີ້ໝາຍເຖິງຜົນປະໂຫຍດທີ່ຄົນເຮັດໂດຍການເຮັດໃນສິ່ງທີ່ບໍ່ມີກຽດ

ບ່ອນທຳລາຍຄຣິສຕະຈັກ

"ທຳລາຍຄວາມເຊື່ອຂອງທັງຄຣິສຕະຈັກ"