lo_tn/tit/01/06.md

2.5 KiB

ຂໍ້​ມູນ​ເຊື່ອມ​ຕໍ່:

ເມື່ອໄດ້ບອກຕີໂຕໃຫ້ບອກພວກຜູ້ອາວຸໂສໃນທຸກເມືອງຂອງເກາະຄຣິດຢ່າງເປັນທາງການແລ້ວ ຊຶ່ງໂປໂລໃຫ້ຂໍ້ກຳນົດແກ່ຜູ້ອາວຸໂສ.

ຜູ້ອາວຸໂສນັ້ນຈະຕ້ອງປາສະຈາກຄຳຕຳໜິ

ການ "ປາສະຈາກຄຳຕຳໜິ" ຄືເປັນທີ່ຮູ້ກັນໃນຖານະ ບຸກຄົນທີ່ບໍ່ເຮັດສິ່ງຊົ່ວຮ້າຍ ຫລືສາມາດແປໄດ້ອີກຢ່າງວ່າ: "ຜູ້ອາວຸ ໂສຕ້ອງບໍ່ມີຊື່ສຽງທີ່ບໍ່ດີ"

ມີເມຍພຽງຜູ້ດຽວ

ເປັນຜູ້ເປັນຜົວຕອ້ງມີຄວາມສັດຊື່ ຄວາມໝາຍທີ່ເປັນໄປໄດ້ທີ 1) ບໍ່ເປັນຄົນທີ່ສະແຫວງຫາຄວາມສຳພັນກັບຜູ້ຍິງອື່ນ ຫລື 2) ບໍ່ເປັນຄົນທີ່ມີເມຍສອງຄົນ ຫລື ມີຊູ້

ລູກຂອງເຂົາເປັນຄົນສັດຊື່

ຄວາມໝາຍທີ່ເປັນໄປໄດ້ທີ 1) ເປັນລູກທີ່ເຊື່ອໃນພຣະເຢຊູຄຣິດ ຫລື 2) ເປັນລູກທີ່ເຊື່ອຖືໄດ້

ບໍ່ຖືກກ່າວຫາ

"ເປັນກະບົດ" ຫລື "ເປັນຜູ້ທີ່ບໍ່ເຮັດຕາມກົດເກນ"

ຜູ້ຈັດການຄອບຄົວຂອງພຣະເຈົ້າ

ໂປໂລເວົ້າເຖິງຜູ້ອາວຸໂສເໝືອນວ່າພວກເຂົາເປັນຫົວໜ້າຄອບຄົວ ເບິ່ງແຍງຄອບຄົວ (ເບິ່ງ: rc://*/ta/man/translate/figs-metaphor)

ບໍ່ຕິດເຫລົ້າ

"ບໍ່ເປັນຄົນຂີ້ເຫລົ້າ"ຫລື "ບໍ່ມັກດື່ມເຫລົ້າຫລາຍເກີນໄປ"

ບໍ່ເປັນຄົນອັນຕະພານ

"ບໍ່ແມ່ນເປັນຄົນທີ່ຮຸນແຮງ" ຫລື "ບໍ່ແມ່ນເປັນຄົນທີ່ມັກການຕໍ່ສູ້ກັນ" (UDB)