lo_tn/tit/01/04.md

2.6 KiB

ລູກແທ້

ແມ່ນວ່າຕີໂຕບໍ່ແມ່ນທາງເຊື້ອສາຍ​ຂອງ​ໂປ​ໂລ ພວກເຂົາມີສ່ວນໃນຄວາມເຊື່ອດຽວກັນຂອງພຣະຄຣິດ ດັ່ງນັ້ນໃນພຣະຄຣິດໂປໂລຈຶ່ງຖືວ່າຕີໂຕເປັນລູກຂອງເຂົາ ຫລືສາມາດແປໄດ້ອີກຢ່າງວ່າ: "ທ່ານເປັນເໝືອນລຸກຊາຍຄົນໜຶ່ງຂອງຂ້າພະເຈົ້າ" (ເບິ່ງ: rc://*/ta/man/translate/figs-metaphor)

ໃນຄວາມເຊື່ອດຽວກັນນີ້

ໂປໂລກ່າວເຖິງຄວາມເຊື່ອດຽວກັນໃນພຣະຄຣິດທີ່ພວກເຂົາທັງສອງມີຮ່ວມກັນຫລືສາມາດແປໄດ້ອີກຢ່າງ: "ຄຳສອນທີ່ເຮົາທັງສອງເຊື່ອເໝືອນກັນ"

ຂໍພຣະຄຸນແລະສັນຕິສຸກ

ນີ້ເປັນການທັກທາຍທົ່ວໄປທີ່ໂປໂລໃຊ້ ຫລືສາມາດແປໄດ້ອີກຢ່າງວ່າ: "ຂໍໃຫ້ທ່ານໄດ້ຮັບພຣະຄຸນແລະສັນຕິສຸກໃນຈິດໃຈ"

ພຣະເຢຊູຄຣິດພຣະຜູ້ຊ່ອຍໃຫ້ລອດຂອງເຮົາ

"ພຣະເຢຊູຄຣິດຜູ້ຊຶ່ງເປັນພຣະຜູ້ຊ່ອຍໃຫ້ພົ້ນຂອງເຮົາ"

ດ້ວຍວັດຖຸປະສົງນີ້ເອງ

"ດ້ວຍເຫດຜົນນີ້ເອງ"

ຂ້າພະເຈົ້າຈຶ່ງປະທ່ານໄວ້ທີ່ເມືອງກະ​ເຣ​ເຕ

"ຂ້າພະເຈົ້າບອກທ່ານໃຫ້ຢູ່ໃນເມືອງກະ​ເຣ​ເຕແລ້ວ"

ເພື່ອໃຫ້ທ່ານຈັດການສິ່ງຕ່າງໆ ທີ່ຍັງຄ້າງຄາຢູ່

"ເພື່ອໃຫ້ທ່ານສຳເລັດໃນການຈັດສິ່ງຂອງຕ່າງໆທີ່ຕ້ອງຈັດຫາໃຫ້ສຳເລັດ"

ແຕ່ງຕັ້ງພວກຜູ້ອາວຸໂສ

ໃນຄຣິດຕະຈັກສະໄໝກ່ອນ ພວກຜູ້ອາວຸໂສຄຣິດສະຕຽນ ໃຫ້ຄວາມເປັນຜູ້ນຳທາງຈິດວິນຍານແກ່ກຸ່ມຊົນຂອງເຫລົ່າ ຜູ້ເຊື່ອ