lo_tn/sng/04/10.md

3.6 KiB

ຂໍ້​ມູນ​ທົ່ວ​ໄປ:

ຄົນຮັກສືບຕໍ່ຍ້ອງຍໍແມ່ຍິງນັ້ນ.

ຄວາມຮັກຂອງເຈົ້າຊ່າງ​ງົດງາມເຫລືອ​ເກີນ

"ຄວາມຮັກຂອງເຈົ້າດີເລີດ"

ນ້ອງ​ສາວຂອງຂ້ອຍ, ເຈົ້າສາວຂອງຂ້ອຍ

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 4: 9.

ຄວາມຮັກຂອງເຈົ້າ​ກໍດີກວ່າເຫລົ້າອະ​ງຸ່ນ​ຫລວງ​ຫລ​າຍ

ເສັ້ນເຫລົ່ານີ້ເຮັດຊ້ຳກັບຄວາມຄິດອັນດຽວກັນໃນຄຳສັບແຕກຕ່າງເພື່ອເນັ້ນຫນັກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ກິ່ນນ້ຳຫອມຂອງເຈົ້າກໍຫອມກວ່າ​ກິ່ນເຄື່ອງເທດໃດໆ

"ກິ່ນຂອງນໍ້າມັນຂອງທ່ານດີກວ່າກິ່ນຂອງເຄື່ອງເທດໃດໆ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ກິ່ນຫອມ ... ນໍ້າຫອມ

ເບິ່ງວິທີທີ່ທ່ານແປຄຳເຫລົ່ານີ້ໃນ 1: 1.

ເຄື່ອງເທດ

ພືດແຫ້ງຫລືເມັດທີ່ມີກິ່ນ ຫລື ລົດຊາດດີ

ຮີມສົບຂອງນາງ...ທີ່​ຢູ່ພາຍໃຕ້ລີ້ນຂອງນາງ

ສາຍເຫລົ່ານີ້ເຮັດຊ້ຳຄວາມຄິດອັນດຽວກັນໃນຄຳສັບຕ່າງໆເພື່ອເນັ້ນຫນັກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເຈົ້າສາວຂອງຂ້ອຍ, ຮີມສົບຂອງນາງ, ເປັນຢອດນໍ້າເຜິ້ງ

ຄົນຮັກຄິດວ່າການຈູບຂອງແມ່ຍິງແມ່ນຫວານຄືກັບນໍ້າເຜິ້ງ; ຫລື , ເພາະວ່າຄຳເວົ້າທີ່ນາງເວົ້າແມ່ນຫວານຄືກັບນໍ້າເຜິ້ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ນ້ຳເຜີ້ງ ແລະ ນົມແມ່ນຢູ່ພາຍໃຕ້ລີ້ນຂອງທ່ານ

ຄົນຮັກຄິດວ່າການຈູບຂອງຜູ້ຍິງແມ່ນຫວານຄືນົມ ແລະ ນໍ້າເຜິ້ງ; ຫລື ວ່ານາງເວົ້າຄຳທີ່ຫວານເທົ່າກັບນົມ ແລະ ນໍ້າເຜິ້ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ກິ່ນຫອມຂອງເສື້ອຜ້າຂອງນາງຄ້າຍຄືກິ່ນຫອມແຫ່ງເລບານອນ

"ກິ່ນຂອງເສື້ອຜ້າຂອງເຈົ້າແມ່ນຄືກັບກິ່ນຂອງເລບານອນ." ຕົ້ນໄມ້ສົນສີດາຫລາຍຕົ້ນໄດ້ເຕີບໃຫຍ່ຢູ່ໃນປະເທດເລບານອນ. ຕົ້ນໄສົນສີດາມີກິ່ນທີ່ດີ, ສະນັ້ນ, ເລບານອນຈະມີກິ່ນຫອມ ແລະ ສົດຊື່ນ.