lo_tn/sng/04/02.md

2.7 KiB

ແຂ້ວຂອງນາງ​ເປັນຄືກັບຝູງແກະໂຕ​ແມ່ທີ່​ຫາ​ກໍ​ຕັດ​ຂົນ​ໃຫມ່​ອອກ

ຫລັງຈາກແກະຖືກຕັດຂົນ, ພວກມັນຖືກລ້າງ ແລະ ຜິວຂອງພວກມັນເບິ່ງຄືວ່າຂາວຫລາຍ. ປະໂຫຍກນີ້ປຽບທຽບຄວາມຂາວຂອງແຂ້ວຂອງແມ່ຍິງກັບຄວາມສະຫວ່າງຂອງຂົນແກະສີຂາວຫລັງຈາກພວກມັນຖືກຕັດຂົນອອກ.(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຝູງແກະໂຕ​ແມ່ທີ່​ຫາ​ກໍ​ຕັດ​ຂົນ​ໃຫມ່​ອອກ

ອາດແປໄດ້ອີກວ່າ: "ຝູງແກະແມ່ ທີ່ຖືກຕັດຂົນໂດຍຄົນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ມາ​ຈາກ​ສະ​ຖານ​ທີ່​ຊະ​ລ້າງ

ຫມາຍເຖິງແກະແມ່ກຳລັງລຸກອອກຈາກນ້ຳ. ອາດແປໄດ້ອີກວ່າ: "ທີ່ກຳລັງລຸກອອກຈາກນ້ຳຫລັງຈາກຄົນໄດ້ລ້າງພວກເຂົາແລ້ວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ແຕ່ລະໂຕມີຝາແຝດ

ແກະມັກຈະໃຫ້ເກີດລູກແກະສອງໂຕໃນເວລາດຽວ. ລູກແກະຝາແຝດເຫລົ່ານີ້ມັກຈະເບິ່ງກັນແລະກັນ. ແຂ້ວຂອງແມ່ຍິງແຕ່ລະຄົນມີແຂ້ວທີ່ກົງກັນຢູ່ທາງຂ້າງຂອງປາກຂອງນາງ. ສະນັ້ນມັນຄ້າຍຄືແຂ້ວແຕ່ລະຄູ່ມີຄູ່ແຝດຄືກັບລູກແກະ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບໍ່ມີຈັກ​ໂຕໃນພວກມັນ​ທີ່​ຖືກເຮັດໃຫ້ສູນເສຍໄປ

ບໍ່ມີແຂ້ວເຫລັ້ມໃດຂອງນາງສູນເສຍແຂ້ວທີ່ກົງກັນໃນອີກດ້ານຫນຶ່ງ. ແມ່ຍິງບໍ່ໄດ້ສູນເສຍແຂ້ວໃດໆ.

ສູນເສຍໄປ

ເພື່ອໄດ້ສູນເສຍຄົນທີ່ຮັກໄປຜູ້ທີ່ໄດ້ເສຍຊີວິດ.