lo_tn/sng/02/15.md

2.1 KiB

ຫມາ​ຈອກ

ນີ້ຍັງສາມາດຖືກແປເປັນ "ຫມາໄນ" ສັດເຫລົ່ານີ້ມີລັກສະນະຄ້າຍຄືຫມານ້ອຍ ແລະ ມັກຖືກໃຊ້ໃນບົດກະວີຄວາມຮັກເພື່ອເປັນຕົວແທນຂອງຊາຍຫນຸ່ມທີ່ມີຄວາມກະຕືລືລົ້ນທີ່ຈະທຳລາຍຍິງຫນຸ່ມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ສໍາ​ລັບ​ພວກ​ເຮົາ

ຄຳວ່າ "ພວກເຮົາ" ອາດຫມາຍເຖິງ 1) ແມ່ຍິງ ແລະ ຄົນຮັກຂອງລາວ ຫລື 2) ແມ່ຍິງ ແລະ ສ່ວນທີ່ເຫລືອຂອງຄອບຄົວຂອງລາວ.

ຫມາຈອກໂຕນ້ອຍ

"ຫມາຈອກຫນຸ່ມ." ຫມາຈອກໃຫ້ກຳເນີດລູກນ້ອຍຂອງພວກມັນໃນລະດູໃບໄມ້ປົ່ງ ເມື່ອເຄືອອະງຸ່ນອອກດອກເບັ່ງບານ.

ທີ່ທຳລາຍ

"ຫັກພັງ" ຫລື "ທຳລາຍ." ຫມາຈອກ ແລະ ຫມາໄນກໍ່ທຳ ລາຍສວນອະງຸ່ນໂດຍການຂຸດຂຸມ ແລະກິນເຄືອອະງຸ່ນ ແລະ ຫມາກ. ສິ່ງນີ້ຍັງສາມາດເປັນຕົວແທນຂອງຊາຍຫນຸ່ມຜູ້ທີ່ຫລອກລວງຍິງໜຸ່ມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ກຳລັງເບັ່ງບານ

ສິ່ງນີ້ສາມາດເປັນຕົວແທນຂອງແມ່ຍິງຫນຸ່ມທີ່ກຽມພ້ອມສຳລັບການແຕ່ງງານ ແລະ ການມີລູກ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 2:12. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)