lo_tn/sng/02/08.md

3.1 KiB

ຂໍ້​ມູນ​ທົ່ວ​ໄປ:

ນີ້ແມ່ນເລີ່ມພາກທີສອງຂອງປື້ມຫົວນີ້

ໂອ້, ລາວມາທີ່ນີ້

ຄຳວ່າ "ໂອ້" ທີ່ນີ້ເພີ່ມຄວາມຫມາຍໃຫ້ກັບສິ່ງທີ່ຕາມມາ. ອາດແປໄດ້ອີກວ່າ: "ແທ້ຈິງ"

ກຳ​ລັງໂດດຂ້າມພູເຂົາ​ທັງ​ຫລາຍ, ກຳ​ລັງ​ເຕັ້ນ​ຂ້າມ​ເນີນ​ເຂົາ​ຕ່າງໆ

"ໂດດໄປຕາມເທິງພູ, ແລ່ນຢ່າງໄວວາເທິງເນີນພູ." ຄົນຮັກຍິ່ງແລ່ນຢ່າງໄວວາ ແລະ ຄືດັ່ງໂຕເຍືອງ, ແມ່ນແຕ່ຢູ່ເທິງສັນພູ ແລະ ພູເຂົາ.

ເປັນ​ດັ່ງ​ເຍືອງ​ໂຕ​ຫນຶ່ງ ຫລື ກວາງຫນຸ່ມ

ຜູ້ຍິງປຽບທຽບຄົນຮັກຂອງນາງກັບເຍືອງ​ ຫລື ກວາງຫນຸ່ມເພາະວ່າລາວມີຄວາມວ່ອງໄວ, ສວຍງາມ, ແລະ ສະຫງ່າງາມຄືກັບສັດເຫລົ່ານີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

​ເຍືອງ​ໂຕ​ຫນຶ່ງ

ເບິ່ງວິທີທີ່ທ່ານແປ "​ເຍືອງ" ໃນ 8: 2.

ກວາງຫນຸ່ມໂຕຫນຶ່ງ

"ກວາງຫນຸ່ມ" ຫລື "ກວາງຊາຍຫນຸ່ມ"

ເບິ່ງແມ້, ລາວກຳລັງຢືນຢູ່

ຄຳວ່າ “ເບິ່ງແມ້” ຢູ່ນີ້ສະແດງໃຫ້ເຫັນວ່າຍິງນັ້ນໄດ້ເຫັນສິ່ງທີ່ຫນ້າສົນໃຈ.

ດ້ານຫລັງກຳແພງຂອງຂ້າ​ພະ​ເຈົ້າ

"ອີກດ້ານຫນຶ່ງຂອງກຳແພງຂອງພວກເຮົາ." ຜູ້ຍິງຄົນນີ້ຢູ່ໃນເຮືອນ ແລະ ຄົນຮັກຂອງນາງແມ່ນຢູ່ນອກເຮືອນ.

ກໍາແພງຂອງພວກເຮົາ

ຄຳວ່າ "ຂອງພວກເຮົາ" ຫມາຍເຖິງແມ່ຍິງ ແລະ ຄົນອື່ນໆໃນເຮືອນກັບນາງ.

ແນມເບິ່ງຜ່ານປ່ອງຢ້ຽມ

"ລາວເບິ່ງຜ່ານເຂົ້າໄປໃນປ່ອງຢ້ຽມ"

ຄ່ອຍໆປະກົດຕົວຜ່ານຊ່ອງທາງນັ້ນ.

"ລາວເບິ່ງຜ່ານໄມ້ແຕະນັ້ນ"

ແຕະໄມ້

ໄມ້ຍາວທີ່ຜູ້ໃດຜູ້ຫນຶ່ງໄດ້ສານປະກອບເຂົ້າກັນເພື່ອສ້າງຝາປິດສຳລັບປ່ອງຢ້ຽມ ຫລື ທາງເຂົ້າອື່ນໆ