lo_tn/sng/02/03.md

3.2 KiB

ຄືກັນກັບຕົ້ນຫມາກຈອງ .... ຊາຍຫນຸ່ມທັງ​ຫລາຍ

ເປັນຕົ້ນຫມາກຈອງແມ່ນມີຄວາມສະດວກສະບາຍ ແລະ ມີຄວາມສຸກຫລາຍກ່ວາຕົ້ນໄມ້ອື່ນໆໃນປ່າດັ່ງນັ້ນທີ່ຮັກຂອງຍິງນັ້ນກໍແມ່ນມີຄວາມສະບາຍ ແລະ ມີຄວາມສຸກຫລາຍກວ່າຊາຍຫນຸ່ມຜູ້ອື່ນໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຕົ້ນຫມາກຈອງ

ຕົ້ນໄມ້ທີ່ໃຫ້ຫມາກສີເຫລືອງນ້ອຍໆທີ່ມີລົດຊາດຫວານຫລາຍ

ຂ້າພະເຈົ້ານັ່ງລົງກ້ອງຮົ່ມເງົາ​ຂອງມັນດ້ວຍຄວາມຍິນດີຫລາຍ

ຍິງນັ້ນເຫັນວ່າມີຄວາມປິຕິຍິນດີ ແລະຄວາມສະດວກສະບາຍຫລາຍໃນການຢູ່ໃກ້ຄົນທີ່ນາງຮັກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫມາກຂອງມັນນັ້ນຫອມ​ຫວານ​ຕໍ່​ການ​ຊິມລົດຊາດຂອງຂ້າ​ພະ​ເຈົ້າ

ແມ່ຍິງປຽບທຽບຄວາມເພີດເພີນໃຈຂອງຄົນຮັກຂອງນາງກັບຫມາກໄມ້ຫວານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫໍໂຮງສຳລັບງານລ້ຽງ

ເປັນຫ້ອງທີ່ມີຂະໜາດໃຫຍ່ຫລາຍ ເປັນບ່ອນທີ່ຜູ້ຄົນໄດ້ຮັບປະທານອາຫານທີ່ຍິ່ງໃຫຍ່ ແລະ ມ່ວນຊື່ນໃນການຢ້ຽມຢາມກັນແລະກັນ

ແລະ ປ້າຍຂອງລາວ

"ປ້າຍ" ແມ່ນຜ້າແພຂະໜາດໃຫຍ່ທີ່ຜູ້ຄົນໄດ້ຈັບຂຶ້ນຢູ່ຕໍ່ຫນ້າກອງທັບເພື່ອນຳຫນ້າ ແລະ ສ້າງຄວາມກ້າຫານໃຫ້ແກ່ຜູ້ຊາຍຄົນອື່ນໆ

ປ້າຍຂອງລາວຂຽນວ່າ ​ຂ້າພະເຈົ້າແມ່ນຄວາມຮັກ

ຍິງຄົນນີ້ມີຄວາມກັງວົນທີ່ຈະເຂົ້າໄປໃນຫໍງານລ້ຽງ, ແຕ່ຄວາມຮັກຂອງຄົນຮັກຂອງນາງໄດ້ສະແດງໃຫ້ນາງເຫັນທາງ ແລະ ເຮັດໃຫ້ນາງມີຄວາມກ້າຫານທີ່ຈະເຂົ້າໄປ. ອາດແປໄດ້ອີກວ່າ: "ແຕ່ຄວາມຮັກຂອງລາວໄດ້ນຳພາຂ້ອຍ ແລະ ເຮັດໃຫ້ຂ້ອຍມີຄວາມກ້າຫານຄືກັບປ້າຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)