lo_tn/sng/02/01.md

2.7 KiB

ຂໍ້​ມູນ​ທົ່ວ​ໄປ:

ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]]

ຂ້າພະເຈົ້າເປັນພຽງແຕ່ດອກໄມ້ຢູ່ໃນທົ່ງພຽງ

ຜູ້ຍິງປຽບທຽບຕົນເອງກັບດອກໄມ້ໃນທົ່ງພຽງເພື່ອໃຫ້ເນັ້ນໜັກວ່ານາງເປັນສາວທຳມະດາ ແລະ ມີຄວາມອ່ອນໂຍນມາຈາກຊົນນະບົດເຊິ່ງບໍ່ສົມຄວນໄດ້ຮັບຄວາມສົນໃຈຢ່າງຫລວງຫລາຍຈາກຄົນຮັກຂອງນາງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທົ່ງພຽງ

ພື້ນທີ່ຂອງດິນທີ່ຮາບພຽງ, ບໍ່ມີຕົ້ນໄມ້, ແລະ ປູກຫຍ້າ ແລະ ດອກໄມ້ຫລາຍຊະນິດ

ເປັນພຽງດອກ​ລິນ​ລີ້ໃນຮ່ອມພູ

ຜູ້ຍິງປຽບທຽບຕົນເອງກັບດອກລິນລີ້ຢູ່ໃນຮ່ອມພູດ້ວຍເຫດຜົນດຽວກັນທີ່ນາງປຽບທຽບຕົນເອງກັບດອກໄມ້ໃນທົ່ງພຽງ.

ດອກ​ລິນ​ລີ້

ດອກໄມ້ທີ່ມີກິ່ນຫອມຫວານເຊິ່ງມີຮູບຄ້າຍຄືແກ

ຮ່ອມພູ

ນີ້ຫມາຍເຖິງພື້ນທີ່ຮາບພຽງຂະຫນາດໃຫຍ່ຢູ່ລະຫວ່າງພູ.

ເປັນດັ່ງດອກລິນລີ້ດອກ​ຫນຶ່ງ .... ຄົນໃນປະເທດຂອງຂ້ອຍ.

ຜູ້ຊາຍຫມາຍຄວາມວ່າຍິງຄົນດັ່ງກ່າວມີຄວາມສວຍງາມ ແລະ ມີຄ່າຫລາຍກວ່າຍິງສາວອື່ນໆທັງຫມົດ, ຄືກັນກັບດອກລິນລີ້ທີ່ມີຄວາມສວຍງາມ ແລະ ມີຄ່າຫລາຍກ່ວາພຸ່ມໄມ້ທີ່ມີຫນາມທັງຫມົດທີ່ອ້ອມຮອບມັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ທີ່​ຮັກຂອງຂ້ອຍ

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 9.

ບັນ​ດາບຸດສາວຂອງຄົນໃນປະເທດຂອງຂ້ອຍ.

"ຍິງສາວຄົນອື່ນໆ