lo_tn/sng/01/16.md

2.1 KiB

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ທີ່ນີ້ເພີ່ມຄວາມເນັ້ນຫນັກ ໃສ່ຕໍ່ສິ່ງທີ່ຕາມມາ. ອາດແປໄດ້ອີກວ່າ: "ແທ້ຈິງ"

ເຈົ້າ​ຊູ້​

"ເປັນຕາເບິ່ງ" ຫລື "ຫນ້າຮັກ" ຫລື "ງາມ"

ພັນ​ໄມ້ຂຽວສົດ

ພືດທີ່ມີສີຂຽວ, ຊຸ່ມ ແລະ ເຕີບໃຫຍ່ຢ່າງອຸດົມສົມບູນ.

ປູໄວ້ທີ່ຕຽງນອນຂອງພວກເຮົາ

"ແມ່ນຕຽງນອນຂອງພວກເຮົາ." ແມ່ຍິງໄດ້ພັນລະນາເຖິງວິທີທີ່ພວກເຂົານອນເທິງຕົ້ນໄມ້ທີ່ງອກງາມຢູ່ທາງນອກເບິ່ງຄືວ່າພວກເຂົານອນເທິງຕຽງ

ຂື່ເຮືອນຂອງພວກເຮົາເປັນ​ກິ່ງ​ແປກສີ​ດາ

ຜູ້ຍິງຄົນນີ້ພັນລະນາເຖິງປ່າໄມ້ວ່າມັນເປັນຄືເຮືອນຂອງພວກເຂົາ. ອາດແປໄດ້ອີກວ່າ: "ກິ່ງງ່າຂອງຕົ້ນໄມ້ ສົນສີດາ ແມ່ນຄ້າຍຄືກັບຂື່ເຮືອນຂອງພວກເຮົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂື່

ໄມ້ທ່ອນໃຫຍ່ທີ່ສະຫນັບສະຫນູນສ່ວນທີ່ເຫລືອຂອງເຮືອນ

ຫລັງຄາເຮືອນຂອງພວກເຮົາຄືຕົ້ນແປກສາມໃບ

"ແລະ ຕົ້ນແປກສາມໃບແມ່ນຄ້າຍຄືຫລັງຄາເຮືອນຂອງພວກເຮົາ"

ໂຄງຫລັງຄາເຮືອນ

ທ່ອນໄມ້ທີ່ຍຶດມຸງຫລັງຄາເຮືອນ