lo_tn/rut/04/13.md

2.6 KiB

ໂບອາດຈຶ່ງຮັບນາງຣຸດມາ

"ໂບອາດແຕ່ງງານກັບນາງຣຸດ" ຫລື "ໂບອາດເອົາ ນາງຣຸດມາເປັນເມຍ"

ເຂົາກໍຫລັບນອນກັບນາງ

"ລາວໄດ້ຮ່ວມເພດສຳພັນກັບນາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ຜູ້ຊົງບໍ່ປະຖິ້ມເຈົ້າໃຫ້ປາສະຈາກຍາດມິດ

"ຜູ້ທີ່ໄດ້ສະຫນອງຄຸນງາມຄວາມດີໃຫ້ກັບພີ່ນ້ອງໃນມື້ນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)

ຂໍໃຫ້ເດັກຄົນນີ້ມີຊື່ສຽງ

ຫມາຍເຖິງຊື່ສຽງ ແລະ ຄຸນລັກສະນະຂອງຫລານຊາຍຂອງນາໂອມີ

ຜູ້ຟື້ນຟູຊີວິດ

ປະໂຫຍກນີ້ອາດຈະກ່າວເຖິງວິທີທີ່ນາງ ນາໂອມີຈະປະສົບກັບຄວາມສຸກ ແລະ ຄວາມຫວັງອີກໃນຊີວິດຂອງນາງທີ່ເປັນຜົນມາຈາກການມີຫລານຊາຍຄົນໃຫມ່. ອາດແປໄດ້ອີກວ່າ: "ຄົນຫນຶ່ງທີ່ນຳຄວາມສຸກມາໃຫ້ເຈົ້າອີກຄັ້ງ" ຫລື "ຜູ້ທີ່ຈະເຮັດໃຫ້ເຈົ້າຮູ້ສຶກຫນຸ່ມ ອີກຄັ້ງ"

ຜູ້ລ້ຽງດູເຈົ້າໃນຍາມເຖົ້າແກ່

"ລາວຈະດູແລເຈົ້າ ເວລາເຈົ້າເຖົ້າແກ່"

ຜູ້ເຮັດດີກັບທ່ານ ທີ່ດີກວ່າລູກຊາຍເຈັດຄົນ

"ເຈັດ" ແມ່ນຈຳນວນພາສາເຮັບເຣີຂອງຄວາມສົມບູນ. ລູກຊາຍຂອງນາງນາໂອມີທັງສອງໄດ້ເສຍຊີວິດກ່ອນທີ່ພວກເຂົາຈະມີລູກຫລານ, ແຕ່ນາງຣຸດໃຫ້ກຳເນີດຫລານຊາຍໃຫ້ແກ່ນາງນາໂອມີໂດຍໂບອາດ. ອາດແປໄດ້ອີກວ່າ: "ດີກວ່າລູກຊາຍທຸກໆຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)